ແຂວງບໍລິຄຳໄຊ ປາຖະກະຖາ ແລະ ສ້າງຂະບວນການອອກກຳລັງກາຍ ຍ່າງສະເຫຼີມສະຫຼອງວັນສ້າງຕັ້ງແມ່ຍິງສາກົນ ຄົບຮອບ 111 ປີ

        ໃນຕອນເຊົ້າຂອງວັນທີ 4 ມີນາ 2021 ຢູ່ທີ່ເດີ່ນເປຕັງຂອງແຂວງ ໄດ້ຈັດພິທີປາຖະກະຖາ ແລະ ສ້າງຂະບວນການຍ່າງອອກກຳລັງກາຍ ສະເຫຼີມສະຫຼອງວັນສ້າງຕັ້ງແມ່ຍິງ ຄົບຮອບ 111 ປີ ( 8 ມີນາ 1910 – 8 ມີນາ 2021 ) ໂດຍເປັນກຽດເຂົ້າຮ່ວມໃຫ້ປາຖະກະຖາຄັ້ງນີ້ຂອງທ່ານ ບຸນຄ້ຳ ໄຊເຍ່ຍລໍວື່ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ພ້ອມດ້ວຍພະນັກງານຈາກລະພະແນກການຕ່າງໆເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ.

      ວັນແມ່ຍິງສາກົນ ໄດ້ກໍາເນີດເກີດ ຂຶ້ນໃນທ່າມກາງສະພາບເສດຖະກິດຂອງພວກສັກດີນາ ແລະ ນາຍທຶນຂະຫຍາຍຕົວ, ມັນໄດ້ສ້າງຄວາມຮັ່ງມີໃຫ້ແກ່ພວກນາຍທຶນ, ແຕ່ຊ້ຳພັດຍິ່ງເພີ່ມຄວາມທຸກຍາກລໍາບາກໃຫ້ແກ່ຊາວຜູ້ອອກແຮງງານ ໂດຍສະເພາະແມ່ນ ກໍາມະກອນແມ່ຍິງ, ຢູ່ພາຍໃຕ້ລະບອບສັກດີນາ, ນາຍທຶນ, ແມ່ຍິງຖືກກົດຂີ່ຂູດຮີດຢ່າງຫນັກຫນ່ວງ, ເຮັດວຽກຫລາຍຊົ່ວໂມງ ແຕ່ໄດ້ຮັບຄ່າຈ້າງແຮງງານດ້ວຍລາຄາຖືກ, ເຮັດວຽກບໍ່ມີການຮັບປະກັນ , ບໍ່ມີລະບອບປົກປັກຮັກສາສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ນອກຈາກນັ້ນ ແມ່ຍິງຍັງຖືກດູຖູກຫມິ່ນປະຫມາດ, ຖືເປັນຄືສິນຄ້າ, ເປັນເຄື່ອງຫລິ້ນ, ຖືກທຸບຕີ, ຖືກຂົ່ມຂືນທໍາສໍາເລົາ ແລະ ຖືກໄລ່ອອກ ຈາກວຽກ, ໃນເວລາຖືພາ, ເວລາອອກລູກ ຫລື ເວລາເຈັບເປັນ ບໍ່ໄດ້ຮັບການປິ່ນປົວ, ຕໍ່ຫນ້າສະພາບການ ແລະ ຄວາມທຸກທໍລະມານດັ່ງກ່າວ ກໍາມະກອນແມ່ຍິງຮູ້ສຶກຄຽດແຄ້ນ, ຈຶ່ງໄດ້ສາມັກຄີກັນລຸກຂຶ້ນຕໍ່ສູ້, ທວງໃຫ້ພວກນາຍທຶນ, ຊຶ່ງແມ່ນເຈົ້າຂອງໂຮງຈັກ, ໂຮງງານຕ້ອງແກ້ໄຂຊີວິດການເປັນຢູ່ໃຫ້ເຂົາເຈົ້າ.

ໃນວັນທີ 8 ມີນາ 1899, ຊາວກໍາມະກອນແມ່ຍິງຢູ່ໂຮງງານຕໍ່າແຜ່ນ ແລະ ຕັດຫຍິບ ທີ່ເມືອງນິວຢອກ ສະຫະລັດອາເມລິກາ ໄດ້ຈັດຕັ້ງໂຮມຊຸມນຸມປະທ້ວງ ແລະ ຄັດຄ້ານຕໍ່ການໃຫ້ຄ່າແຮງງານ ແລະ ສະຖານທີ່ເຮັດວຽກບໍ່ຮັບປະກັນຕໍ່ສຸຂະພາບ, ການປະທ້ວງຄັ້ງນັ້ນ ຖືກຕໍາຫລວດເຂົ້າສະລາຍ ແລະ ຈັບກຸມຈໍານວນຫນຶ່ງ.

      ໃນວັນທີ 8 ມີນາ 1908, ແມ່ຍິງ ຈໍານວນ 15,000 ຄົນ ໄດ້ເດີນຂະບວນ ຢູ່ເມືອງນິວຢອກ ເພື່ອທວງໃຫ້ນາຍທຶນ ຫລຸດຜ່ອນຊົ່ວໂມງເຮັດວຽກ, ຢຸດເຊົາການຂູດຮີດແຮງງານເດັກ ແລະ ທວງໃຫ້ແມ່ຍິງ ມີສິດໃນການອອກສຽງເລືອກຕັ້ງ ແລະ ການຮັບສະຫມັກເລືອກຕັ້ງ, ການເດີນຂະບວນຄັ້ງນີ້ແມ່ນພາຍໃຕ້ຄໍາຂວັນ: “ເຂົ້າຈີ່ ແລະ ດອກກຸຫລາບ” ເຂົ້າຈີ່: ຫມາຍເຖິງເສດຖະກິດດີຂຶ້ນ, ດອກກຸຫລາບ: ຫມາຍເຖິງ ຄຸນນະພາບຊີວິດດີຂຶ້ນ.

ເດືອນ ກຸມພາ 1909 ແມ່ຍິງອາເມລິກາ ໄດ້ຈັດພິທີສະຫລອງວັນແມ່ຍິງສາກົນເປັນເທື່ອທໍາອິດ, ແມ່ຍິງໃນເມືອງ ນິວຢອກ 3,000 ຄົນ, ໄດ້ເຂົ້າຮ່ວມການຕໍ່ສູ້ຄັດຄ້ານລັດຖະບານ ທີ່ບໍ່ຍອມໃຫ້ແມ່ຍິງມີສິດຮັບເລືອກຕັ້ງ ການຕໍ່ສູ້ດັ່ງກ່າວ ໄດ້ເປັນການລະດົມນ້ຳໃຈຕໍ່ສູ້ຂອງແມ່ຍິງ ທີ່ຖືກກົດຂີ່ຂູດຮີດຢູ່ບັນດາປະເທດໃນທົ່ວໂລກ.

      ມາເຖິງປີ 1910 ຂະບວນການຕໍ່ສູ້ຂອງແມ່ຍິງ ໄດ້ແຜ່ຂະຫຍາຍກວ້າງອອກໄປສູ່ປະເທດນາຍທຶນຢູ່ທະວີບເອີລົບ ແລະ ໃນປີນີ້ເອງ ກອງປະຊຸມສາກົນກ່ຽວກັບບັນຫາແມ່ຍິງ ຄັ້ງທໍາອິດ ໄດ້ຈັດຂຶ້ນ ຢູ່ໂກເປນ  ຮາກ ນະຄອນຫລວງຂອງປະເທດເດນມາກ, ມີຜູ້ແທນ 100 ກວ່າຄົນ ຈາກ 17 ປະເທດ ເຂົ້າຮ່ວມ, ກອງປະຊຸມໄດ້ຮັບຮອງ ແລະ ຕົກລົງເອົາ ວັນທີ 8 ມີນາ ຂອງທຸກປີ ເປັນວັນແມ່ຍິງສາກົນ.

ວັນທີ 8 ມີນາ ແມ່ນເຫດການ-ການເມືອງ ທີ່ສໍາຄັນ, ເປັນຂີດໝາຍແຫ່ງໄຊຊະນະອັນພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທໍາໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງ ເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເຫມີພາບ ປະຊາທິປະໄຕ ຄືກັນກັບຜູ້ຊາຍທວງໃຫ້ພວກນາຍທຶນແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄໍາຂວັນ:“ ຜູ້ຫນຶ່ງ ເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍ ເຮັດວຽກຄືກັນ ຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ, ປົກປັກຮັກສາສັນຕິພາບ ຂອງໂລກ.

          ຫລັງຈາກນັ້ນ ຜູ້ເຂົ້າຮ່ວມ ກໍ່ໄດ້ສ້າງຂະບວນການຍ່າງ ເຊິ່ງເລີ່ມຈາກເດີ່ນກິລາແຂວງ ໄປຮອດສາມແຍກກອງບັນຊາການ ປກສ ແຂວງ ແລ້ວກັບຄືນມາເດິ່ນກິລາແຂວງ ດ້ວຍບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊື່ນ.

About admins16