ສາທາ ຫວນຄືນມູນເຊື້ອວັນແມ່ຍິງສາກົນ ຄົບຮອບ 111 ປີ

ພິທີປາຖະກະຖາວັນແມ່ຍິງສາກົນ ຄົບຮອບ 111 ປີ ໄດ້ຈັດຂຶ້ນໃນວັນທີ 4 ມີນາ 2021 ຢູ່ຫ້ອງປະຊຸມພະແນກສາທາລະນະສຸກ ໃຫ້ກຽດເຂົ້າຮ່ວມ ແລະ ປາຖະກະຖາໂດຍ ທ່ານ ດຣ ຈັນທອນ ຄູຫາເທບ ຮອງຫົວໜ້າພະແນກສາທາລະນະສຸກແຂວງບໍລິຄຳໄຊ, ມີຄະນະສະຫາພັນແມ່ຍິງຮາກຖານ ແລະ ສະມາຊິກແມ່ຍິງພາຍໃນພະແນກ ເຂົ້າຮ່ວມ.

ວັນແມ່ຍິງສາກົນໄດ້ກຳເນີດເກີດຂຶ້ນ ໃນທ່າມກາງສະພາບການຂະຫຍາຍຕົວເສດຖະກິດ ຂອງພວກສັກດີນາ ແລະ ພວກນາຍທຶນຂະຫຍາຍຕົວ, ແຕ່ແມ່ຍິງ ຍີ່ງຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ ດ້ວຍສະພາບການດັ່ງກ່າວ ໃນວັນທີ 8 ມີນາ 1908 ແມ່ຍິງຈຳນວນ 15.000 ຄົນ ໄດ້ເດີນຂະບວນຢູ່ເມືອງນິວຢອກ ເພື່ອທວງໃຫ້ນາຍທຶນຫຼຸດຜ່ອນຊົ່ວໂມງເຮັດວຽກ, ຢຸດເຊົາໃນການຂູດຮີດແຮງງານເດັກ ແລະ ທວງໃຫ້ແມ່ຍິງມີສິດໃນການອອກສຽງ.

ການເດີນຂະບວນຄັ້ງນີ້ ພາຍໃຕ້ຄຳຂວັນ ເຂົ້າຈີ່ ແລະ ດອກກຸຫຼາບ, ມາເຖິງປີ 1910 ກອງປະຊຸມສາກົນກ່ຽວກັບບັນຫາແມ່ຍິງຄັ້ງທຳອິດ ໄດ້ຈັດຂຶ້ນຢູ່ໂກເປນຮາກ ນະຄອນຫຼວງປະເທດເດນມາກ, ມີຜູ້ແທນ 100 ກວ່າຄົນ ຈາກ 17 ປະເທດເຂົ້າຮ່ວມ, ກອງປະຊຸມ ໄດ້ຮັບຮອງ ແລະ ຕົກລົງເອົາ ວັນທີ 8 ມີນາ ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບປະຊາທິປະໄຕຄືກັນກັບຜູ້ຊາຍ, ທວງໃຫ້ແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄຳຂວັນ: ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍເຮັດວຽກຄືກັນຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ, ປັກປັກຮັກສາສັນຕິພາບໂລກ, ນັບແຕ່ນັ້ນມາ ວັນທີ 8 ມີນາ ຈຶ່ງກາຍເປັນວັນແມ່ຍິງສາກົນ.

ຫຼັງຈາກນັ້ນກໍ່ໄດ້ມີພິທີມອບໃບຢັ້ງຢືນ 3 ດີ ປະຈຳປີ 2020 ໃຫ້ແກ່ 4 ໜ່ວຍແມ່ຍິງ ທີ່ຂຶ້ນກັບສະຫະພັນແມ່ຍິງຮາກຖານ ພະແນກສາທາລະນະສຸກແຂວງ ໃຫ້ກຽດມອບໂດຍ ທ່ານ ດຣ ຈັນທອນ ຄູຫາເທບ.

About admins14