ໂຮງໝໍຊຸມຊົນເມືອງຄໍາເກີດ ຫວນຄືນປະຫວັດວັນພະຍາບານສາກົນ

 ໃນຕອນເຊົ້າຂອງວັນທີ 13 ພຶດສະພາ 2022 ນີ້ ທີ່ຫ້ອງປະຊຸມໂຮງໝໍຊຸມຊົນເມືອງຄໍາເກີດໄດ້ ຈັດພິທີປາຖະກະຖາເລົ່າຄືນປະຫວັດຄວາມເປັນມາຂອງວັນພະຍາບານສາກົນ ໂດຍການເປັນປະທານຂອງທ່ານ ອ່ອນສີ ສີຈັນທະວົງ ຜູ້ອໍານວຍການໂຮງໝໍຊຸມຊົນເມືອງຄໍາເກີດ ມີພະຍາບານພາຍໃນໂຮງໝໍຊຸມຊົນເມືອງເຂົ້າຮ່ວມ.

ທ່ານຜູ້ອໍານວຍການໂຮງໝໍໄດ້ກ່າວວ່າ: ກ່ອນໜ້ານີ້ 202 ປີ ມີຍິງຄົນໜື່ງ ໄຝ່ຝັນຢາກເປັນພະຍາບານ ເພາະນາງເປັນຜູ້ທີຮັກໄຄ່ວຄົນເຈັບ ຜູ້ທີ່ທຸກຍາກ ບໍ່ໄດ້ຮັບການເບີ່ງແຍງ, ດູແລ ແລະ ປີ່ນປົວ ເທົ່າທຽມກັບຄົນທີ່ມີຖານະໃນສັງຄົມທີ່ດີ ນາງຈື່ງມີແນວຄິດລີ່ເລີ່ມໃນການວາງຮາກຖານຂອງພະຍາບານ ແບບຍຸກໃໝ່ ແລະ ເປັນຜູ້ຕໍ່ສູ້ກັບແນວຄວາມຂອງຄອບຄົວພໍ່ແມ່ ໃນຄອບຄົວຊັ້ນສູງ ທີ່ບໍ່ຢາກໃຫ້ລູກເປັນພະຍາບານ ເພາະສັງສັງຄົມສະໄໝນັ້ນຖືອາຊີບພະຍາບານເປັນອາຊີບຊັ້ນຕ່ຳ ແລະ ໜ້າລັງກຽດ

ນາງຄົນນັ້ນມີຊື່ວ່າ: ນ. ຟລໍເຣນ ໄນຕີງເກວ ຫຼື ມີສ ຟລໍເຣນຊີ ໄນຕີງເກວ ເປັນຊາວອັງກິດ ເກີດເມື່ອ ວັນທີ່ 12 ພຶດສະພາ 1820 ນ. ຟລໍເຣນ ໄນຕິງເກວ ເປັນຜູ້ຍິງທີ່ມີຮູບຮ່າງ ຫນ້າຕາສວຍງາມ ມີບຸກຄະລິກທີ່ງາມສະຫງ່າ ອ່ອນໂຍນ ແລະ ເປັນມິດ.  ຕັ້ງແຕ່ເຍົາໄວ ນາງ ຟລໍເຣນ ຢາກມີອາຊີບເປັນພະຍາບານ ແຕ່ພໍ່ແມ່ກີດກັ້ນ ເພາະອາຊີບພະຍາບານ ເປັນອາຊີບຊັ້ນຕ່ໍາ, ເປັນທີ່ລັງກຽດຂອງສັງຄົມ, ຜູ້ຍິງທີ່ເຮັດອາຊີບພະຍາບານ ເປັນຜູ້ຍິງທີ່ທຸກຍາກຕ້ອງຄອຍຕິດຕາມໄປກັບກອງທັບເພື່ອເບິ່ງແຍງທະຫານ, ຄິດວ່າຕ້ອງຢູ່ກັບສິ່ງສົກກະປົກ  ດັ່ງນັ້ນ, ພໍ່ແມ່ຂອງນາງຈຶ່ງບໍ່ເຫັນດີນໍາ ແລະ ບໍ່ອະນຸຍາດໃຫ້ຮຽນພະຍາບານ ນາງຈຶ່ງໄດ້ຮຽນດ້ານອື່ນຕາມແບບແຜນຂອງຊົນຊັ້ນສູງ ຂອງອັງກິດຈົນທ່ານສາມາດສໍາເລັດການສຶກສາຂັ້ນສູງ ແລະ ເວົ້າໄດ້ຫຼາຍພາສາ. ແຕ່ຄວາມພະຍາຍາມ ແລະ ຕັ້ງໃຈໃນອາຊີບ ພະຍາບານຂອງ ນ. ຟລໍເຣັນຊ ໄນຕິງເກລ ກໍ່ຍັງຄົງມີຢູ່ຢ່າງເຕັມທີ່ ເມື່ອທ່ານອາຍຸ ໄດ້ 25 ປີ ຈຶ່ງປະກາດອີກຄັ້ງໜື່ງວ່າ ຈະຮຽນພະຍາບານ ແຕ່ກໍ່ຍັງໄດ້ຮັບການຕໍ່ຕ້ານຢ່າງຫນັກຈາກພໍ່ແມ່  ໃນຂະນະນັ້ນພໍ່ແມ່ຂອງນາງທັງຄຽດ ແລະ ມີຄວາມທຸກໃຈຈາກຄວາມຕ້ອງການຂອງລູກສາວ, ຈົນເມື່ອນາງມີອາຍຸ 30 ປີ ນາງກໍ່ໄດ້ສູ້ຊົນຈົນໄດ້ຮຽນພະຍາບານ ສົມດັ່ງຄວາມຕັ້ງໃຈ.

ໃນໄລຍະທີ່ທ່ານຍັງບໍ່ໄດ້ຮຽນພະຍາບານນັ້ນ ນາງກໍ່ບໍ່ໄດ້ປະວາງຄວາມຕັ້ງໃຈຂອງຕົນເອງ ຍັງຄົງ ຫາໂອກາດໄປຢ້ຽມຊົມ ແລະ ໄປຖອດຖອນບົດຮຽນຍັງສະຖານພະຍາບານ ຫຼື ໂຮງຫມໍຕ່າງໆຢູ່ສະເຫມີ ພາຍຫຼັງຮຽນຈົບ ນາງ ກໍ່ໄດ້ພະຍາຍາມໃນການຊ່ວຍເຫຼືອເບິ່ງແຍງຄົນເຈັບທີ່ທຸກຍາກໃນສູນອະນາໄມຄົນທຸກ ແລະ ນາງ ກໍ່ໄດ້ຊ່ວຍເຫຼືອຢ່າງຈິງຈັງໃນທຸກໆດ້ານ ເພື່ອປັບປຸງສູນອະນາໄມຜູ້ທຸກຍາກໃຫ້ມີການເບິ່ງແຍງທີ່ດີຂຶ້ນ ແລະ ຍົກສູງບົດບາດຂອງການເປັນພະຍາບານ ໃນເວທີສັງຄົມໃຫ້ສູງຂື້ນ.

 

About admin11