ມອບ-ຮັບ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ສປປ ລາວ

ພິທີມອບ-ຮັບ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ສປປ ລາວ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 15 ພຶດສະພາ 2022 ຢູ່ສະໂມສອນໃຫຍ່ຂອງແຂວງບໍລິຄຳໄຊ ຕາງໜ້າໃຫ້ແກ່ຄະນະປະຕິບັດງານພິເສດແຂວງບໍລິຄຳໄຊ  ໂດຍ ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ ແລະ ແຂວງຮ່າຕີ່ງ ໂດຍທ່ານ ເລຫງັ້ອກເຈົາ ຮອງປະທານຄະນະກຳມະການປະຊາຊົນແຂວງ, ຫົວໜ້າຄະນະປະຕິບັດງານພິເສດແຂວງຮ່າຕິ້ງ ໂດຍຊ້ອງໜ້າຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງບໍລິຄຳໄຊ, ມີຫົວໜ້າຄະນະປະຕິບັດງານພິເສດນະຄອນຫຼວງວຽງຈັນ, ການນຳແຂວງບໍລິຄຳໄຊ, ແຂວງຮ່າຕິ້ງ ພ້ອມຂະແໜງການກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ໃນພິທີດັ່ງກ່າວ ການນຳຂອງແຂວງ ແລະ ພາກສ່ວນຕ່າງໆ ຍັງໄດ້ເຂົ້າວາງພວງມາລາ ແລະ ໄຫວ້ອາໄລເຖິງດວງວິນຍານຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ເຊິ່ງນຳໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງບໍລິຄຳໄຊ ລວມທັງໝົດ 16 ພາກສ່ວນ.

          ຜ່ານການຈັດຕັ້ງປະຕິບັດ ໃນ 1 ປີຜ່ານມາ ແຕ່ວັນທີ່ 10 ຕຸລາ 2021 ຈົນເຖິງວັນທີ 15 ພຶດສະພາ 2022 ລວມເວລາຂຸດຄົ້ນທັງໝົດ 183 ວັນ, ອ້າຍນ້ອງກອງປະຕິບັດງານພິເສດ ເກັບກູ້ຮ່າງອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ສາມາດຂຸດຄົ້ນອັດຖິໄດ້ 09 ຮ່າງ ໃນຂອບເຂດ 04 ເມືອງທົ່ວແຂວງໃນນັ້ນ ເມືອງວຽງທອງ ຂຸດຄົ້ນໄດ້ 01 ຮ່າງ, ເມືອງບໍລິຄັນ ຂຸດຄົ້ນໄດ້ 05 ຮ່າງ ແລະ ເມືອງຄຳເກີດ ຂຸດຄົ້ນໄດ້ ຈຳນວນ 03 ຮ່າງ.

ຈາກນັ້ນ ທັງສອງຝ່າຍໄດ້ເຊັນບົດບັນທຶກມອບ-ຮັບຢ່າງເປັນທາງການ ເພື່ອຈະໄດ້ຈັດສົ່ງກັບຄືນປະເທດຢ່າງສົມກຽດ ພ້ອມນີ້ ຍັງໄດ້ຈັດພິທີບາສີຂວັນໃຫ້ແກ່ການນຳແຂວງຮ່າຕິ້ງ ແລະ ຄະນະປະຕິບັດງານພິເສດທັງສອງແຂວງຕາມຮີດຄອງປະເພນີລາວ.

About admins16