ເປີດຝຶກອົບຮົມວິຊາສະເພາະ ໃຫ້ກຳລັງ ປກສ ກຸ່ມ ແລະ ປກສ ບ້ານ ກຸ່ມພູຄຳ. 

 ລະຫວ່າງວັນທີ່່ 5-6 ພຶດສະພາ 2022 ກອງບັນຊາການ ປກສ ເມືອງບໍລິຄັນ ແຂວງບໍລິຄໍາໄຊ, ໄດ້ຈັດຝຶກອົບຮົມ, ບໍາລຸງວຽກງານວິຊາສະເພາະ, ສິດ ແລະ ໜ້າທີ່ ໃຫ້ແກ່ ປກສ ກຸ່ມບ້ານພູຄໍາ ໂດຍການເຂົ້າຮ່ວມ ຂອງທ່ານ ພັອ ຜາຂົງ ດອກມະນີຈັນ ຮອງຫົວຫນ້າກອງບັນຊາການ ປກສ ແຂວງ ມີຫົວໜ້າ ປກສ ກຸ່ມພູຄຳ, ເລຂາພັກບ້ານ-ນາຍບ້ານ, ປກສ ບ້ານ 06 ບ້ານເຂົ້າຮ່ວມ ຄື: ບ້ານ ພູຄໍາ, ບ້ານທົ່ງພັນຄຳ, ບ້ານໂພນມີໄຊ, ບ້ານນ້ຳເຕັກ, ບ້ານປາກໂພຍ ແລະ ບ້ານຫີນໂງ່ນ ເຂົ້າຮ່ວມ.

 ການຝຶກອົບຮົມ  ໄດ້ຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບສະບັບເລກທີ 702/ປກສ, ລົງວັນທີ 02 ເມສາ 2021, ວ່າດ້ວຍການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ພ້ອມນັ້ນທ່ານກໍ່ໄດ້ເຜີຍແຜ່ ເຊື່ອມຊຶມບັນດາເອກະສານສໍາຄັນຕ່າງໆທີ່ນຳມາຝຶກອົບຮົມໃນຄັ້ງນີ້ ປະກອບມີ 8 ເອກກະສານຄື: ເລກທີ 27/ ນຍ ຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີສະກັດກັ້ນ ແລະ ແກ້ໄຂ ປະກົດການຍໍ້ທໍ້ໃນສັງຄົມ, ເອກະສານວີທີການຈົດກ່າຍປື້ມ 5 ຊະນິດ, ເອກະສານ ປ້ອງກັນສະຖານທີ່ເກີດເຫດ, ວຽກງານສຶບສວນ-ສອບສວນຂັ້ນພື້ນຖານ, ເອກະສານວຽກງານຄຸ້ມຄອງເປົ້າໝາຍ, ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເລກທີ 04/ປກສ ວ່າດ້ວຍສິດ, ໜ້າທີ່, ພາລະບົດບາດຂອງ ປກສ ບ້ານ, ເນັ້ນໜັກໃຫ້ ປກສ ກຸ່ມບ້ານ, ປກສ ບ້ານຈົ່ງພ້ອມກັນເອົາໃຈໃສ່ປັບປຸງສິດ, ໜ້າທີ່ຮັກສາຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ຄຸ້ມຄອງຄົນເຂົ້າຄົນອອກພາຍໃນບ້ານຂອງຕົນ, ກຳໃຫ້ໄດ້ຄົນມີໜ້າຊົ່ວຄາວ, ຄົນບໍ່ມີໜ້າ, ຄົນເພີ່ມ ຄົນຫຼຸດ, ຂື້ນບັນຊີບັນດາເປົ້າໝາຍກຸ່ມຄົນບໍ່ດີປະເພດຕ່າງໆ ເອົາໃຈໃສ່ປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ, ປະສານສົມທົບກັບອໍານາດການຈັດຕັ້ງບ້ານເພື່ອຄຸ້ມຄອງສໍາມະໂນຄົວໃຫ້ ຖຶກຕ້ອງຕາມລະບຽບກົດໝາຍ ຈາກນັ້ນປກສ ບ້ານ 6 ໝູ່ບ້ານ ກໍ່ໄດ້ຜັນປ່ຽນກັນຂື້ນປະກອບຄຳເຫັນ ແລກປ່ຽນບົດຮຽນ ແລະ ລາຍງານສະພາບການພົ້ນເດັ່ນທີ່ເກີດຂຶ້ນພາຍໃນບ້ານຂອງຕົ້ນເພື່ອຄົ້ນຄວ້າປຶກສາຫາລື ພ້ອມກັນນໍາໄປຈັດຕັ້ງປະຕິບັດແນໃສ່ສະກັດກັ້ນ ແລະ ແກ້ໄຂໃຫ້ປະກົດການຫຍໍ້ທໍ້ພາຍໃນບ້ານຂອງຕົນໃຫ້ຫຼຸດໜ້ອຍຖອຍລົງໝົດໄປເທືອລະກ້າວ.

About admin11