ໂຮງໝໍຊຸມຊົນຄໍາເກີດ ສະຫຼຸບການວຽກງານບໍລິການປິ່ນປົວ 6 ເດືອນຕົ້ນປີ

ໃນວັນທີ 27 ກໍລະກົດ 2022 ຢູ່ໂຮງໝໍຊຸມຊົນເມືອງຄໍາເກີດ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານການບໍລິການປິ່ນປົວໃນໄລຍະ 6 ເດືອນຕົ້ນປີ ຂຶ້ນ ໂດຍການເປັນປະທານຂອງ ທ່ານ ດຣ ອ່ອນສີ ສີຈັນທະວົງ ອຳນວຍການໂຮງໝໍຊຸມຊົນເມືອງ ຄຳເກີດ, ເຂົ້າຮ່ວມໂດຍ ທ່ານ ດຣ ຄຳພອນ ແກ້ວມະນີວົງ ຮອງຫົວໜ້າສາທາລະນະສຸກເມືອງຄຳເກີດ ມີບັນດາຄະນະອຳນວຍການໂຮງໝໍ, ແພດ-ໝໍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

6 ເດືອນຜ່ານມາພະນັກງານໝໍ-ພະຍາບານ ມີແນວຄິດອຸ່ນອ່ຽງທຸ່ນທ່ຽງ ແລະ ຍຶດໝັ້ນໃນຫຼັກການດ້ານຈັນຍາບັນຂອງແພດໜໍ, ມີຄວາມຍີ້ມແຍ້ມແຈ່ມໃສ, ເວົ້າຈາສຸພາບ, ອ່ອນໂຍນ, ມີວິໃສທັດ, ຍີ້ມແຍ້ມແຈ່ມໃສບໍລິການວ່ອງໄວ, ສ້າງຄວາມໝັ້ນໃຈໃຫ້ຜູ້ມາໃຊ້ບໍລິການ, ມີສະຕິຍາມໃດກໍ່ຍຶດໝັ້ນໃນຈັນຍາບັນຂອງແພດ ແລະ ມີນໍ້າໃຈເສຍສະຫຼະເຮັດລ້ອນໜ້າທີ່ ພັກ-ລັດ ມອບໝາຍໃຫ້, ຍາມໃດ ທ່ານໝໍ-ພະຍາບານ ກໍ່ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວິຊາສະເພາະຂອງຕົນເອງ, ໂດຍສະເພາະການປະຈຳການເວນຍາມ, ການຜ່າຕັດ ແລະການບໍລິການປິ່ນປົວຄົນເຈັບ, ການບໍລິການປິ່ນປົວຢູ່ຕາມໂຮງໝໍເມືອງ, ໂຮງໝໍນ້ອຍຂອງເມືອງ ແລະ ໃນໄລຍະ 6 ເດືອນຜ່ານມາ ມີຄົນເຈັບທີ່ມາບໍລິການ 10.578 ເທື່ອຄົນ, ຄົນເຈັບນອນໂຮງໝໍ 3.091 ເທື່ອຄົນ ເຖີງວ່າວຽກງານປີ່ນປົ່ວຄົນເຈັບຢູ່ໂຮງໝໍເມືອງ ແລະ ຕາມໂຮງໝໍນ້ອຍແຫ່ງຕ່າງໆ ໄດ້ພົບຄວາມຫຍຸ້ງຍາກແຕ່ແພດໝໍ ກໍ່ໄດ້ເອົາໃຈໃສ່ຕໍ່ຊີວິດຂອງພໍ່ແມ່ປະຊາຊົນເປັນຫຼັກ, ຮັບປະກັນດ້ານສຸຂະພາບຂອງປະຊາຊົນບັນດາເຜົ່າໃຫ້ແຂງແຮງຢູ່ສະເໝີ ເພື່ອຮັບປະກັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ໃຫ້ມີການພັດທະນາ.

About admins14