ກອງປະຊຸມເປີດກ້ວາງຄົບຄະນະບໍລິຫານງານພັກເມືອງທ່າພະບາດ ຄັ້ງທີ 8 ສະໄໝທີ VI

ກອງປະຊຸມເປີດກ້ວາງຄົບຄະນະບໍລິຫານງານພັກເມືອງທ່າພະບາດ ຄັ້ງທີ 8 ສະໄໝທີ VI ໄດ້ໄຂຂຶ້ນໃນວັນທີ 26 – 27 ກໍລະກົດ 2022 ຢູ່ຫ້ອງວ່າການເມືອງທ່າພະບາດ, ເປັນປະທານໂດຍ ສະຫາຍ ສົມສົດ ແສງອາພອນ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງທ່າພະບາດ,ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ສະຫາຍ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄໍາໄຊ, ມີບັນດາສະຫາຍ ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ບັນດາຫ້ອງການອ້ອມຂ້າງເມືອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ມະຕິກອງປະຊຸມຄົບຄະນະ ຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ຜ່ານຮ່າງບົດສັງເກດຕີລາຄາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມເປີດກ້ວາງຄົບຄະນະບໍລິຫານງານພັກເມືອງຄັ້ງທີ 7 ສະໄໝທີ VI ໃນໄລຍະ 6 ເດືອນຜ່ານມາ, ການຈັດຕັ້ງປະຕິບັດແຜນການລົງທຶນ 6 ເດືອນຕົ້ນປີ, ການຈັດເກັບລາຍຮັບ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ, ການຈັດຕັ້ງປະຕິບັດຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມທຸກຍາກດ້ານເສດຖະກິດ ແລະ ການເງິນ, ການຈັດຕັ້ງປະຕິບັດຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ການຄຸ້ມຄອງລາຄາສິນຄ້າ ແລະ ລາຄານ້ຳມັນເຊື້ອໄຟ, ລາຍງານການການຊຸກຍູ້ຜົນຜະລິດເປັນສິນຄ້າຕໍ່ກອງປະຊຸມ, ນອກນັ້ນ ທ່ານປະທານກອງປະຊຸມ ຍັງໄດ້ຂື້ນລາຍງານຫຍໍ້ການດຳເນີນກອງປະຊຸມໃນໄລຍະຜ່ານມາ ແລະ ຜ່ານມະຕິກອງປະຊຸມ.

ໃນຕອນທ້າຍ ສະຫາຍ ຄຳແຫວນ ປັນຍານຸວົງ ຍັງໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ບັນດາສະຫາຍ ຈະຕ້ອງໄດ້ເອົາໃຈໃສ່ຕື່ມ ເປັນຕົ້ນແມນວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ໂດຍສະເພາະຂັ້ນບ້ານ ຂຶ້ນມາຮອດຂັ້ນເມືອງ, ສະກັດກັ້ນການລັກລອບເຂົ້າ – ອອກ ຕາມຊາຍແດນ ຢ່າງເຄັ່ງຄັດ, ເອົາໃຈໃສ່ຕ້ານປະກົດການຫຍໍ້ທໍ້ພາຍໃນບ້ານ ໂດຍສະເພາະບັນຫາ ການຄ້າຂາຍຢາເສບຕິດ ພ້ອມທັງຮຽກຮ້ອງໃຫ້ບັນດາສະຫາຍ ຈົ່ງນໍາເອົາເນື້້ອໃນຂອງກອງປະຊຸມເປີດກ້ວາງຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 8 ສະໄໝ VI ນໍາໄປຈັດຕັ້ງຜັນຂະຫຍາຍ ໃຫ້ເກີດດອກອອກຜົນເປັນກ້າວໆ.

About admins14