ຂົງເຂດ ປກຊ-ປກສ ເມືອງຄໍາເກີດ ແຂ່ງກິລາເນື່ອງໃນໂອກາດປີສາມັກຄີລາວ-ຫວຽດນາມ.

ໃນວັນທີ 26 ກໍລະກົດ 2022 ທີ່ເດີ່ນເຕະບານຫ້ວຍຕຸ່ນ ໄດ້ເປີດພິທີເຕະບານຂົງເຂດ ປອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ ໂດຍການເປັນປະທານຂອງ ທ່ານ ພັນໂທ ລໍາເງິນ ພະບາດໄຊ ກໍາມະການພັກເມືອງ ຫົວໜ້າກອງບັນຊາການປ້ອງກັບຄວາມສະຫງົບເມືອງ ແລະ ທ່ານ ພັນໂທ ບຸນຕອງ ວັນນະວົງ ຫົວໜ້າກອງບັນຊາການທະຫານເມືອງ ຕາງໜ້າບໍລິສັດພັດທະນາຊົນນະບົດ ນັກທຸລະກິດລາວ-ຫວຽດນາມ ພ້ອມດ້ວຍນັກກິລາເຂົ້າຮ່ວມ.

ໃນພິທີ ທ່ານ ພັນໂທ ລໍາເງິນ ພະບາດໄຊ ໄດ້ກ່າວວ່າ: ການສ້າງຂະບວນການບານເຕະນິ້ແມ່ນເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ, ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມຄົບຮອບ 45 ປີ, ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ແລະ ຍັງເປັນການເພີ່ມຄວາມສາມັກຄີລະຫວ່າງກົມກອງໃນຂົງເຂດ ປກຊ-ປກສ ໃຫ້ເພີ່ມທະວີຂຶ້ນໄປເລື່ອຍ.

ການແຂ່ງຂັນຄັ້ງນີ້ມີທັງໝົດ 12 ທີມ ແບ່ງອອກເປັນ 4 ສາຍ ແຕ່ລະສາຍມີ 3 ທີມ ແລະ ກິລາບານສົ່ງມີ 8 ທີມ ແບ່ງອອກເປັນ 2 ສາຍ ແຕ່ລະສາຍມີ 4 ທີມ ການແຂ່ງຂັນແມ່ນເລີ່ມແຕ່ວັນທີ 26 ກໍລະກົດ ຫາ ວັນທີ 9 ສິງຫາ 2022 ຈິ່ງສໍາເລັດ.

About admins14