ໂຮງຮຽນ 301 ປິດຊຸດອົບຮົມກໍ່ສ້າງນາຍສິບຊຸດທີ XII ຂອງເຫຼົ່າຮົບສືບຂ່າວ

ໃນວັນທີ 15 ມີຖຸນາ 2022 ໂຮງຮຽນ 301 ໄດ້ຈັດພິທີປິດຊຸດອົບຮົມຫັດແອບກໍ່ສ້າງນາຍສິບສຶບຂ່າວຍຸດທະວິທີ ຊຸດທີ XII ສົກຮຽນ 2021 – 2022 ຂື້ນ ໂດຍພາຍໃຕ້ເປັນປະທານ ຂອງທ່ານ ພົ.ຕ ປອ ທອງວັນ ຈັນທະວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ ເລຂາຄະນະພັກອົງການກົມ 213, ມີແຂກທີ່ຖືກເຊີນຈາກກົມກອງອ້ອມຂ້າງ, ມີຄະນະພັກ – ຄະນະອໍານວຍການໂຮງຮຽນ 301 ແລະ ນັກຮຽນນາຍສິບສືບຂ່າວຍຸດທະວິທີ ຊຸດທີ XII ເຂົ້າຮ່ວມ.

ສະຫາຍ ພັ.ທ ຄຳຜຸຍ ລະວັງສານ ຮອງພະແນກອົບຮົມ ໂຮງຮຽນ 301 ໄດ້ຂື້ນຜ່ານບົດສະຫຼຸບການຮຽນ – ການສອນຕາມຫຼັກສຸດ 10 ເດືອນ, ສະຫາຍໄດ້ຍົກໃຫ້ເຫັນຜົນງານດ້ານຕັ້ງໜ້າ ການຫັດແອບຮໍ່າຮຽນໃນຄັ້ງນີ້ ສາມາດບັນລຸຄາດໝາຍດ້ວຍຄຸນນະພາບສູງ ເຊີ່ງມັນສະແດງອອກພາກວິຊາການເມືອງ ໄດ້ຂັ້ນເກັ່ງ 129 ສະຫາຍ ເທົ່າກັບ 67,72%, ຂັ້ນດີ 80 ສະຫາຍ, ເທົ່າກັບ 38,27%; ພາກວີຊາລວມ ໄດ້ຂັ້ນເກັ່ງ 133 ສະຫາຍ, ເທົ່າກັບ 63,63%, ຂັ້ນດີ 76 ສະຫາຍ, ເທົ່າກັບ 36,36%; ພາກວີຊາສິນລະປະຍຸດ ໄດ້ຂັ້ນເກັ່ງ 154 ສະຫາຍ ເທົ່າກັບ 76,68%, ໄດ້ຂັ້ນດີ 55 ສະຫາຍ, ເທົ່າກັບ 26,31%; ພາກວິຊາຍຸດທະວີທີ  ໄດ້ຂັ້ນເກັ່ງ 143 ສະຫາຍ, ເທົ່າກັບ 68,42%, ຂັ້ນດີ 66 ສະຫາຍ, ເທົ່າກັບ 31,57%. ນອກຈາກນັ້ນຍັງມີນັກຮຽນ ຮຽນດີຮຽນເກັ່ງປະຕິບັດລະບຽບວິໄນໄດ້ດີມີ 10 ສະຫາຍ.

ໃນພິທີ ໄດ້ມອບໃບປະກາສະນີຍະບັດຈົບການຮຽນໄລຍະ 10 ເດືອນໃຫ້ນັກຮຽນ, ໂອກາດດຽວກັນນີ້ຍັງໄດ້ມອບຮັບໃບຍ້ອງຍໍຂັ້ນກົມ 213 ຈໍານວນ 60 ສະຫາຍ, ໃບຍ້ອງຍໍຂັ້ນຫ້ອງການເມືອງກົມ 213 ຈຳນວນ 79 ສະຫາຍ ແລະ ໃບຍ້ອງຍໍຂັ້ນໂຮງຮຽນ ຈຳນວນ 66 ສະຫາຍ .

ໃນຕອນທ້າຍພິທີ ທ່ານປະທານໄດ້ໂອ້ລົມ ໂດຍໄດ້ເນັ້ນໜັກໃຫ້ ຄູ – ອາຈານ ໃຫ້ມີຄວາມອົດທົນສູງ, ເຮັດສຳເລັດໜ້າທີ່ຂອງຕົນ ເອົາໃຈໃສ່ສືບຕໍ່ສຶກສາຄົ້ນຄ້ວາຮ່ຳຮຽນເພື່ອສິດສອນ ໃຫ້ເປັນຄູ – ອາຈານ ສອນດີສອນເກັ່ງ, ນອກນັ້ນຍັງເນັ້ນໜັກໃຫ້ນັກຮຽນ ຊຸດທີ XII ຈົ່ງນຳເອົາເນື້ອໃຈ ຈິດໃຈບົດຮຽນທີ່ຮຽນມາ ເອົາໄປນຳໃຊ້ຢູ່ໃນກົມກອງຂອງຕົນໃຫ້ເຂັ້ມແຂງ ແລະ ປະກົດຜົນເປັນຈີງຕະຫຼອດໄປ.

                                                       

About admin11