ສຳເລັດກອງປະຊຸມໃຫຍ່ ຄັ້ງທີ V ບ້ານ ຫາດໄຄ້

ກອງປະຊຸມເລືອກຕັ້ງເອົານາຍບ້ານ ຫາດໄຄ້ ຄັ້ງທີ V ໄດ້ຈັດຂຶ້ນໃນວັນທີ 17 ມິຖຸນາ 2022 ຢູ່ວັດບ້ານ ຫາດໄຄ້ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ.

ກອງປະຊຸມ ທ່ານ ຈັນໂທ ວົງນະລາດ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະ 5 ປີ ຜ່ານມາ ວ່າ: ບ້ານ ຫາດໄຄ້ ມີ 127 ຄອບຄົວ, ປະຊາກອນ 608 ຄົນ, ຍິງ 288 ຄົນ, ປະຊາຊົນສ່ວນໃຫຍ່ຢຶດຖືອາຊີບປູກຝັງ, ລ້ຽງສັດ ແລະ ຄ້າຂາຍບໍລິການຕ່າງໆ ສະເລັ່ຍລາຍຮັບໄດ້ 16.500.000 ກີບ/ຄົນ/ປີ, ສະເລ່ຍເຂົ້າກິນໄດ້ 600 ກິໂລ/ຄົນ/ປີ.

ກອງປະຊຸມ ໄດ້ປ່ອນບັດເລືອກຕັ້ງເອົານາຍບ້ານຊຸດໃໝ່ ເພື່ອຈະສືບຕໍ່ນໍາພາ – ຊີ້ນໍາ  ອົງການປົກຄອງບ້ານຂອງຕົນໃນຕໍ່ໜ້າໃຫ້ດີຂຶ້ນໄປເທື່ອລະກ້າວ, ຜົນຂອງການປ່ອນບັດ ເລືອກໄດ້ທ່ານ ຈັນໂທ ວົງນະລາດ ເປັນນາຍບ້ານ ຫາດໄຄ້, ທ່ານ ບຸນດີ ທຳມະວົງ ເປັນຮອງນາຍບ້ານ, ທ່ານ ຄຳມວນ ວົງນະລາດ ເປັນຮອງນາຍບ້ານ.

 

 

About admin11