ອົງການຈັດຕັ້ງມະຫາຊົນ ແລະ ສະຫະພັນນັກຮົບເກົ່າ ລົງເຜີຍແຜ່ວຽກງານການເມືອງ – ແນວຄິດ ຢູ່ບ້ານບົວແວງຄໍາ

ໃນງວັນທີ 17 ມິຖຸນາ 2022 ຢູ່ອາລາມວັດບ້ານບົວແວງຄໍາ, 3 ອົງການຈັດຕັ້ງມະຫາຊົນ ແລະ ສະຫະພັນນັກຮົບເກົ່າແຂວງ ໄດ້ລົງໂຄສະນາເຜີຍແຜ່ບັນດານິຕິກຳທີ່ຕິດພັນກັບວຽກງານຂອງຕົນ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບຸນຄໍາ ໄຊເຍ່ຍລໍ່ວື່ ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງ ມີຄະນະຮັບຜິດຊອບຈາກາຄະນະບໍລິຫານງານຊາວໜຸ່ມ, ສະຫະພັນກຳມະບານ, ສະຫະພັນນັກຮົບເກົ່າ ແລະ ສະຫະພັນແມ່ຍິງ ຂັ້ນແຂວງ – ເມືອງ, ຄະນະພັກບ້ານ, ອົງການພາຄີຂອງບ້ານ ແລະ ຜູ້ຊົງຄຸນວຸດທິບັນດາເຜົ່າ ເຂົ້າຮ່ວມ.

ໃນພິທີ ສະຫາຍ ທອງມະນີ ໂຄດປັນຍາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ເຜີຍແຜ່ຂໍ້ຕົກລົງ ຂອງຄະນະບໍລິຫານງານສູນກາງຊາວໜຸ່ມ ສະບັບເລກທີ 625/ລຂ, ລົງວັນທີ 30 ພະຈິກ 2021 ວ່າດ້ວຍການຈັດຕັ້ງເຄື່ອນໄຫວຂອງຄະນະຊາວໜຸ່ມຂັ້ນບ້ານ, ເອກະສານກ່ຽວກັບການຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ໃນຖັນແຖວຊາວໜຸ່ມ-ເຍົາວະຊົນ ແລະ ບັນຫາກ່ຽວກັບຊາວໜຸ່ມ-ໄວໜຸ່ມ ຜູ້ທີ່ທຸກຍາກຫວ່າງງານ, ບໍ່ມີທຶນໃນການສຶກສາຕໍ່ວິຊາຊີບ.

ທ່ານກ່າວວ່າ: ປະຈຸບັນ ຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ເຊັນບົດບັນທຶກຮ່ວມມືກັບໂຮງຮຽນເຕັກນິກ-ວິຊາຊີບແຂວງ ໃນການໃຫ້ທຶນການສຶກສາ ຮຽນຟຣີ ຈໍານວນ 20 ທຶນ/ປີ ໃນສາຂາວິຊາຕ່າງໆ ພ້ອມທັງມີເບ້ຍລ້ຽງເດືອນລະ 200,000 ກີບ/ຄົນ/ເດືອນ, ພ້ອມກັນນີ້ກໍຍັງມີທຶນການສຶກສາຮຽນວິຊາຊີບຈາກສູນກາງຊາວໜຸ່ມ ໃນທຸກໆປີ ເປັນຕົ້ນແມ່ນ: ຊ່າງສ້ອມແປງ(ລົດຈັກ, ລົດໃຫຍ່), ຊ່າງໄຟຟ້າ, ຕັດຫຍິບ ແລະ ອື່ນໆ.

ນອກນັ້ນຍັງໄດ້ຮັບຟັງການເຜີຍແຜ່ບັນດານິຕິກຳຕ່າງໆທີ່ກ່ຽວຂ້ອງ ຈາກສະຫະພັນກຳມະບານ, ສະຫະພັນນັກຮົບເກົ່າ ແລະ ສະຫະພັນແມ່ຍິງແຂວງ ເພື່ອເຮັດໃຫ້ແຕ່ລະພາກສ່ວນ ຕະຫຼອດຮອດພໍ່ແມ່ປະຊາຊົນຮັບຮູ້ ແລະ ເຂົ້າໃຈ ແລ້ວນຳໄປຈັດຕັ້ງປະຕິບັດຕົວຈິງ ໃນການປົກປ້ອງສິດຜົນປະໂຫຍດ ໃຫ້ແກ່ປະຊາຊົນລາວບັນດາເຜົ່າ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມໃຫ້ດີຂຶ້ນ.

About admins14