ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 4 ສະຫຼຸບການປະເມີນຄູສອນ ໝວດວິຊາຄວາມຮູ້ທົ່ວໄປ ຮຸ່ນທີ X ວິຊາສະເພາະຕໍາຫຼວດຄຸມຂັງ – ດັດສ້າງ

ຕອນບ່າຍ ວັນທີ 29 ມິຖຸນາ 2022 ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 4 ແຂວງ ບໍລິຄໍາໄຊ ໄດ້ເປີດກອງປະຊຸມສະຫຼຸບການປະເມີນຄູສອນ ໝວດວິຊາຄວາມຮູ້ທົ່ວໄປ ຂອງນັກຮຽນ ປກສ ຊັ້ນຕົ້ນ ເລກ 4 ຮຸ່ນທີ X ວິຊາສະເພາະຕໍາຫຼວດຄຸມຂັງ-ດັດສ້າງ, ເປັນປະທານໂດຍ ທ່ານ ພັທ ປະຊັນ ຫຼວງພິທັກ ເລຂາໜ່ວຍພັກຮາກຖານ ອໍານວຍການ ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 4, ມີຄະນະອໍານວຍການ, ພະນັກງານຄູອາຈານ, ມີຕາງໜ້ານັກຮຽນທີ່ເປັນຄະນະກອງຮ້ອຍ, ຄະນະໝູ່, ສະພາລະບຽບ ເຂົ້າຮ່ວມ.

ທ່ານ ພັນຕີ ບຸນມີ ໄຊຍະສຸກ ຊ່ວຍວຽກພະແນກຄູ ໄດ້ຂື້ນຜ່ານບົດສະຫຼຸບການປະເມີນຄູສອນ ໝວດວິຊາຄວາມຮູ້ທົ່ວໄປເຊິ່ງປະກອບມີ 03 ວິຊາຄື: ວິຊາການເມືອງ ມີ 06 ບົດ, ວິຊາຈິດຕະສາດ ມີ 03 ບົດ ແລະ ວິຊາຄຸນສົມບັດຂອງ ປະທານ ໄກສອນ ພົມວິຫານ ມີ 01 ບົດ, ໃຊ້ເວລາໃນການຮຽນ-ການສອນທັງໝົດ 112 ຊົ່ວໂມງ, ຜ່ານການສິດສອນຂອງຄູ-ອາຈານໃນໝວດວິຊາຄວາມຮູ້ທົ່ວໄປສາມາດປະເມີນຄະແນນ ແລະ ມາດຖານໃນການສິດສອນຄື: ຄະແນນ 3 ປະເພດດີຫຼາຍ 74,78%, ຄະແນນ 2 ປະເພດກາງ 23,68%, ຄະແນນ 1 ປະເພດອ່ອນ 1,53%,  ຜ່ານການສອບເສັງສາມາດປະເມີນຄະແນນຂອງນັກຮຽນໄດ້ຄື: ວິຊາການເມືອງ ຄະແນນ 9 ມີ 31 ຄົນ ເທົ່າກັບ 20,66%, ຄະແນນ 8 ມີ 80 ຄົນ ເທົ່າກັບ 53,33%, ຄະແນນ 7 ມີ 39 ຄົນ ເທົ່າກັບ 26%, ວິຊາຈິດຕະສາດ ແລະ ວິຊາຄຸນສົມບັດຂອງ ປະທານ ໄກສອນ ພົມວິຫານ ຄະແນນ 9 ມີ 39 ຄົນ ເທົ່າກັບ 26 %, ຄະແນນ 8 ມີ 71 ຄົນ ເທົ່າກັບ 47,33%, ຄະແນນ 7 ມີ 40 ຄົນ ເທົ່າກັບ 26,66%, ພ້ອມນັ້ນຍັງຍົກໃຫ້ເຫັນດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້.

ຈາກນັ້ນ, ບັນດາຄູອາຈານ ແລະ ຕາງໜ້ານັກຮຽນກໍ່ໄດ້ຜັດປ່ຽນກັນປະກອບຄໍາຄິດຄໍາເຫັນ, ຄົ້ນຄ້ວາປຶກສາຫາລືກັນຢ່າງກົງໄປກົງມາ ເພື່ອປັບປຸງແກ້ໄຂບັນດາຈຸດອ່ອນຂໍ້ຄົງຄ້າງ ເພື່ອຄວາມເປັນເອກະພາບກັນນໍາໄປຈັດຕັ້ງປະຕິບັດເຮັດໃຫ້ຫຼັກສູດການຮຽນ-ການສອນມີການພັດທະນາຢ່າງມີວິທະຍາສາດ, ໂດຍສະເພາະແມ່ນຈະໄດ້ນໍາເອົາວິຊາສະເພາະຕໍາຫຼວດຄຸມຂັງ-ດັດສ້າງມາສິດສອນໃຫ້ມີປະສິດທິພາບ ແລະ ໄດ້ຮັບຜົນສູງ.

About admin11