ບໍລິຄຳໄຊ ເຜີຍແຜ່ສິດ ແລະ ໜ້າທີ່ ຂອງຫົວໜ່ວຍທຸລະກິດ ທີ່ຫັນເຂົ້າລະບົບອາກອນມູນຄ່າເພີ່ມ

ພິທີເຜີຍແຜ່ ສິດ ແລະ ໜ້າທີ່ ຂອງຫົວໜ່ວຍວິສາຫະກິດ ທີ່ຫັນເຂົ້າລະບົບອາກອນມູນຄ່າເພີ່ມ ( ອມພ ) ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 30 ມິຖຸນາ 2022 ຢູ່ຫ້ອງປະຊຸມຂອງສ່ວຍສາອາກອນປະຈຳແຂວງບໍລິຄຳໄຊ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ແສງຈັນ ຄໍາປະເສີດ ຫົວໜ້າສ່ວຍສາອາກອນປະຈຳແຂວງ ແລະ ທ່ານ ສຸລິຈັນ ທ່ຽງຈັນ ຫົວໜ້າຫ້ອງການ-ການເງິນເມືອງປາກຊັນ, ມີບັນດາສະມາຄົມນັກທຸລະກິດໜຸ່ມແຂວງ, ບໍລິສັດ, ລັດວິສາຫາກິດ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ເພື່ອປະຕິບັດຕາມວາລະແຫ່ງຊາດ ໂດຍລົງເລິກ 2 ຂົງເຂດວຽກງານ ຄືບັນຫາຢາເສບຕິດ ແລະ ເສດຖະກິດ, ແຈ້ງການປ່ຽນແປງລະບົບການເສຍອາກອນ ຈາກການເສຍອາກອນແບບມອບເໝົາ ເຂົ້າໃນລະບົບອາກອນມູນຄ່າເພີ່ມ ແລະ ເປົ້າໝາຍທີ່ຈະເຂົ້າໃນລະບົບອາກອນມູນຄ່າເພີ່ມ ໃນທົ່ວປະເທດ 14.458 ພື້ນຖານ ໃນນີ້ ແຂວງບໍລິຄຳໄຊ 494 ພື້ນຖານ. ວິສາຫະກິດເປົ້າໝາຍ ທີ່ຈະເຂົ້າລະບົບອາກອນມູນຄ່າເພີ່ມ ຈຸນລະວິສາຫະກິດ ແຮງງານ 1-5 ຄົນ ຂະແໜງການຜະລິດ ມູນຄ່າຊັບສິນ 100 ລ້ານກີບ, ຂະແໜງການຄ້າ 150 ລ້ານກີບ ແລະ ຂະແໜງການບໍລິການ 200 ລ້ານກີບ ຍອດລາຍຮັບປະຈຳປີ ບໍ່ເກີນ 400 ລ້ານກີບ.

ວິສາຫະກິດຂະໜາດນ້ອຍ ຂະແໜງການຜະລິດ ມູນຄ່າຊັບສິນ 1 ຕື້ກີບ ລາຍຮັບປະຈຳປີ ບໍ່ເກີນ 2 ຕື້ກີບ, ຂະແໜງການຄ້າ ມູນຄ່າຊັບສິນ 1 ຕື້ກີບ ລາຍຮັບ ບໍ່ເກີນ 3 ຕື້ກີບ, ຂະແໜງການບໍລິການ ມູນຄ່າຊັບສິນ 1,5 ຕື້ກີບ ລາຍຮັບບໍ່ເກີນ 1,5 ຕື້ກີບ ສະເລ່ຍແຮງງານໃນປີ 6-50 ຄົນ ຂອງແຕ່ລະຂະແໜງ ແລະ ວິສາຫະກິດຂະໜາດກາງ ຂະແໜງການຜະລິດ ມູນຄ່າຊັບສິນ 4 ຕື້ກີບ ລາຍຮັບບໍ່ເກີນ 4 ຕື້ກີບຕໍ່ປີ, ຂະແໜງການຄ້າ ມູນຄ່າຊັບສິນ 4 ຕື້ກີບ ລາຍຮັບບໍ່ເກີນ 6 ຕື້ກີບ, ຂະແໜງການບໍລິການ ມູນຄ່າຊັບສິນ 6 ຕື້ກີບ ລາຍຮັບບໍ່ເກີນ 4 ຕື້ກີບ ສະເລ່ຍແຮງງານໃນປີແມ່ນ 51-99 ຄົນຂອງແຕ່ລະຂະແໜງ.

ອາກອນມູນຄ່າເພີ່ມ ແມ່ນອາກອນທາງອ້ອມ ທີ່ຄິດໄລ່, ເກັບ ຈາກມູນຄ່າສິນຄ້າການນຳເຂົ້າ, ການສະໜອງສິນຄ້າ – ການບໍລິການ ແລະ ການຊົມໃຊ້ສິນຄ້າ – ການບໍລິການ ຈາກຜູ້ບໍ່ມີພູມລຳເນົາ ທີ່ເຂົ້າມາສະໜອງສິນຄ້າ – ການບໍລິການຢູ່ ສປປ ລາວ ຊຶ່ງຜູ້ຊົມໃຊ້ສິນຄ້າ – ການບໍລິການສຸດທ້າຍເປັນຜູ້ເສຍ, ອາກອນປະເພດຕ່າງໆ ທີ່ຕ້ອງຈ່າຍ ປະກອບມີ: ຄິດໄລ່ເກັບ ອມພ ທຸກຄັ້ງທີ່ມີການສະໜອງສິນຄ້າ – ການບໍລິການ, ຄິດໄລ່ຫັກອາກອນລາຍໄດ້ຈາກເງິນເດືອນ ທຸກຄັ້ງທີ່ມີການເບີກຈ່າຍເງິນເດືອນ, ຄິດໄລ່ຫັກອາກອນລາຍໄດ້ຕ່າງໆ ແລະ ໄລ່ມອບອາກອນເງິນປັນຜົນກຳໄລ ທຸກຄັ້ງທີ່ມີການປັນຜົນ.

About admins16