ກອງປະຊຸມປະຈຳໄຕມາດ ຂອງຄະນະພັກຮາກຖານ ປກສ ເມືອງຄຳເກີດ ຄັ້ງທີ 4 ສະໄໝທີ 2

ໃນວັນທີ 29 ມິຖຸນາ 2022 ຢູ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການປົກຄອງເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມປະຈຳໄຕມາດ ຂອງຄະນະພັກຮາກຖານ ປກສ ເມືອງຄຳເກີດ ຄັ້ງທີ 4 ສະໄໝທີ 2, ເປັນປະທານໂດຍ ສະຫາຍ ພັທ ລຳເງີນ ພະບາດໄຊ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ເມືອງຄໍາເກີດ, ມີຄະນະພັກຮາກຖານ, ເລຂາ, ຄະນະ ໜ່ວຍພັກ ທັງ 4 ໜ່ວຍ, ຕະຫຼອດຮອດສະມາຊິກພັກສົມບູນ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຜ່ານບົດສະຫຼູບຜົນການຈັດຕັ້ງປະຕິບັດຂອງຄະນະພັກຮາກຖານກອງບັນຊາການ ປສກ ເມືອງຄັ້ງທີ່ 4 ສະໄໝທີ 2 ແລະ ທິດທາງແຜນການໃນຕໍ່ໜ້າ: 03 ເດືອນ ຜ່ານມາ ຄະນະພັກ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ຢ່າງເປັນປົກກະຕິຕໍ່ເນື່ອງ ເຮັດໃຫ້ສະມາຊິກພັກມີແນວຄິດ ອຸ່ນອຽນ, ທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີທັດສະນະຫຼັກໝັ້ນການເມືອງທີ່ຖືກຕ້ອງ, ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ມີຄວາມຕື່ນຕົວ, ເປັນເຈົ້າການໃນການປະຕິບັດແນວທາງນະໂຍບາຍຂອງພັກ ແລະ ເຄົາລົບລະບຽບກົດໝາຍຂອງລັດ.

ໃນໄລຍະຜ່ານມາ ສາມາດຂະຫຍາຍມະຫາຊົນກ້າວໜ້າເຂົ້າຮຽນສະໜັບສະໜູນ 4 ສະຫາຍ, ສະເໜີມະຫາຊົນເຂົ້າເປັນສະມາຊິກພັກສຳຮອງ 1 ສະຫາຍ, ສະເໜີ ເລື່ອນຊັ້ນໃຫ້ພະນັກງານໄດ້ 13 ສະຫາຍ,  ຍິງ 1 ສະຫາຍ, ຊັ້ນຮ້ອຍໂທ ຂື້ນຮ້ອຍເອກ 4 ສະຫາຍ, ຊັ້ນຮ້ອຍຕີຂືນຮ້ອຍໂທ 4 ສະຫາຍ, ຊັ້ນສິບເອກຂື້ນວາທີ 1 ສະຫາຍ, ຊັ້ນສິບໂທ ຂື້ນສິບເອກ 4 ສະຫາຍ, ຍິງ 1 ສະຫາຍ. ແລະ ໄດ້ເອົາໃຈໃສ່ຄົ້ນຄວ້າຕິດຕາມພະນັກງານ-ນັກຮົບເພື່ອຂະຫຍາຍເຂົ້າພັກໃນຕໍ່ໜ້າ ພ້ອມທັງເບີ່ງແຍງຊ່ວຍເຫຼືອແກ້ໄຂຊີວິດການເປັນຢູ່ ໃຫ້ແກ່ສະມາຊິກພັກພະນັກງານ – ນັກຮົບດີຂຶ້ນເປັນກ້າວໆ, ຄະນະພັກກອງບັນຊາການ ມີເງິນສະຕິສະສົມໃນຄັງຂອງໜ່ວຍພັກ ຈໍານວນ 3.144.000 ກີບ.

ໃນຕອນທ້າຍກອງປະຊຸມ ຍັງໄດ້ໃຫ້ກຽດຕ້ອນຮັບ ສະຫາຍ ຜາສຸກ ຈູມມາລາວົງ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງຄຳເກີດ, ສະຫາຍຍັງໄດ້ປະດັບຊັ້ນໃຫ້ນາຍຕຳຫຼວດຈຳນວນ 15 ສະຫາຍ ແລະ ມີຄໍາເຫັນໂອ້ລົມ ກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຄະນະພັກຮາກຖານ ປກສ ເມືອງຄຳເກີດ, ຕະຫຼອດຮອດສະມາຊິກພັກທຸກສະຫາຍ  ທີ່ສາມາດເຮັດສໍໍາເລັດທຸກໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ເນັ້ນໜັກໃຫ້ເອົາໃຈໃສ່ເພີ່ມທະວີຄວາມສາມັກຄີພາຍໃນພັກ, ສຸມໃສ່ແກ້ໄຂບັນດາປະກົດການຫຍໍ້ທໍ້ພາຍໃນພັກ, ສືບຕໍ່ປັບປຸງການຈັດຕັ້ງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ສືບຕໍ່ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ຢ່າງເປັນປົກກະຕິຕໍ່ເນື່ອງ, ເພີ່ມທະວີເຮັດວຽກງານເປັນເສນາທິການ ໃຫ້ແກ່ຄະນະພັກຂັ້ນເທິງເພື່ອສ່ອງແສງລາຍງານສະພາບການຕ່າງໆຢ່າງເປັນປົກກະຕິວ່ອງໄວ ແລະ ທັນເຫດການ.

About admin11