ໂຮງຮຽນ ປກສ ຊັ້ນຕົ້ນເລກ 4 ແຂວງບໍລິຄໍາໄຊ ສະຫຼຸບການເຄື່ອນໄຫວວຽກງານ 1 ປີ

ໃນເຊົ້າວັນທີ 18 ກຸມພາ 2021 ຢູ່ທີ່ໂຮງຮຽນ ປກສ ຊັ້ນຕົ້ນເລກ 04 ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປີ 2020 ແລະ ທິດທາງແຜນການວຽກງານຈຸດສຸມ ປີ 2021 ໂດຍການເປັນປະທານຂອງ ທ່ານ ພັທ ເຄນພອນ ຄໍາພະໄຊ, ອໍານວຍການໂຮງຮຽນ ປກສ ຊັ້ນຕົ້ນເລກ 4, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ພັອ ກົງຈັນ ໄຊປັນຍາ ກໍາມະການພັກແຂວງ ເລຂາຄະນະພັກ, ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະອໍານວຍການ, ພະນັກງານຄູອາຈານ ແລະ ນັກຮຽນ ເຂົ້າຮ່ວມ.

ທ່ານ ພັທ ເຄນພອນ ຄໍາພະໄຊ ໄດ້ຂື້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານ ປີ 2020 ແລະ ທິດທາງແຜນການວຽກງານຈຸດສຸມ ປີ 2021 ເຊິ່ງທ່ານໄດ້ຍົກໃຫ້ເຫັນຜົນງານໃນ 1 ປີຜ່ານມາ ວ່າ: ໄດ້ຖືເອົາວຽກງານນໍາພາສຶກສາອົບຮົມການເມືອງ-ແນວຄິດເປັນຫຼັກ ນຳເອົາແນວທາງ, ມະຕິ ແລະ ເອກະສານທີ່ສໍາຄັນຂອງພັກ-ລັດ ມາເຜີຍແຜ່ເຊື່ອມຊືມໃຫ້ສະມາຊິກພັກ, ພະນັກງານນັກຮົບ ແລະ ນັກຮຽນໃຫ້ມີແນວຄິດອຸ່ນອຽງທຸ່ນທ່ຽງ, ມີແນວຄິດການເມືອງໜັກແໜ້ນ, ມີຄຸນສົມບັດສີນທໍາປະຕິວັດ, ມີຄວາມຊື່ສັດບໍລິສຸດ, ຄະນະອໍານວຍການແມ່ນໄດ້ມີການສ່ອງແສງລາຍງານປະຈໍາອາທິດ, ປະຈໍາເດືອນ, 3 ເດືອນ, 6 ເດືອນ ຢ່າງເປັນປົກະຕິ.

ວຽກງານພາລາ ໄດ້ຂື້ນແຜນງົບປະມານເງິນເດືອນ, ອັດຕາກິນ, ເຄືື່ອງນຸ່ງຫົ່ມ ໃຫ້ພະນັກງານ-ນັກຮົບ ແລະ ນັກຮຽນ ເຊັ່ນ: ຮັບ ແລະ ຈ່າຍເງິນເດຶອນ, ເງິນເບ້ຍລ້ຽງ, ເງິນເຊີນຄູນອກ ລວມມູນຄ່າ 7 ຕື້ກວ່າກີບ.

ວຽກງານເສນາຮັກ ຮັບຢາປີ່ນປົວພະຍາດຈາກກົມໃຫຍ່ການເມືອງ ລວມມູນຄ່າຈຳນວນ 3 ລ້ານກວ່າກີບ, ຕິດຕາມກວດກາພະຍາດໃຫ້ພະນັກງານ ແລະ ນັກຮຽນ ໄດ້ 203 ຄັ້ງ.

ວຽກງານນະໂຍບາຍ, ສົ່ງພະນັກງານ-ນັກຮົບໄປຮຽນຕໍ່ລະບົບກໍ່ສ້າງປະລີນຍາຕີ ວປສ 2 ສະຫາຍ, ເຊື່ອມຕໍ່ປະລີນຍາຕີ ວປສ 2 ສະຫາຍ, ປະຈຸບັນມີນັກຮຽນທັງໝົດ 291 ຄົນ, ຍີງ 98 ຄົນ ເປັນຮຸ່ນທີ່ 9 ເຊິ່ງມີວິຊາຮຽນ 3 ໝວດ ຄື: ໝວດວິຊາຄວາມຮູ້ທົ່ວໄປມີ 4 ວິຊາ, ໝວດວິຊາພື້ນຖານວິຊາສະເພາະ 8 ວິຊາ ແລະ ໝວດວິຊາສະເພາະມີ 15 ວິຊາ.

ທີ່ປະຊຸມ ຍັງໄດ້ປະກາດຂໍ້ຕົກລົງ ສະບັບເລກທີ 38/ປກສ,ຂບຊ, ລົງວັນທີ 28 ມັງກອນ 2021 ວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດ ຊົ່ວຄາວ ໃນນີ້ແຕ່ງຕັ້ງເປັນຫົວໜ້າພະແນກຄູ 01 ສະຫາຍ, ຫົວໜ້າພະແນກຄຸ້ມຄອງນັກຮຽນ 01 ສະຫາຍ ແລະ ຂໍ້ຕົກລົງສະບັບເລກທີ 42/ປກສ,ຂບຊ, ລົງວັນທີ 15 ກຸມພາ 2021 ວ່າດ້ວຍການຍົກຍ້າຍນາຍຕໍາຫຼວດ ຈາກໂຮງຮຽນ ປກສ ຊັ້ນຕົ້ນເລກ 4 ໄປປະຈໍາຢູ່ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ, ຈໍານວນ 01 ສະຫາຍ.

ຕອນທ້າຍກອງປະຊຸມ ທ່ານ ພັອ ກົງຈັນ ໄຊປັນຍາ ໄດ້ມີຄຳເຫັນໂອ້ລົມຕໍ່ທີ່ປະຊຸມ ເຊີ່ງທ່ານໄດ້ເນັ້ນໜັກຫຼາຍບັນທີ່ສຳຄັນ, ໃຫ້ບັນດາຄະນະພັກ, ຄູອາຈານ, ຈົ່ງເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ພະນັກງານ-ນັກຮົບ ແລະ ນັກຮຽນ, ມີແນວຄິດອຸ່ນອຽງທຸ່ນທ່ຽງ, ໜັກແໜ້ນ, ມີຄຸນສົມບັດສີນທໍາປະຕິວັດ, ມີຄວາມຊື່ສັດບໍລິສຸດ, ມີລະບຽບວິໃນ, ປະຕິບັດລະບຽບຂອງກໍາລັງປ້ອງກັນຄວາມສະຫງົບວາງອອກຢ່າງເຂັ້ມງວດ ແລະ ພ້ອມກັນເອົາໃຈໃສຄົ້ນຄວ້າ, ຮໍ່າຮຽນວິຊາຄວາມຮູ້ ຕາມຂັ້ນຕອນຂອງການຮຽນ-ການສອນ ຢ່າງເປັນລະບົບ, ຄົບຊຸດ ແລະ ມີຜົນສໍາເລັດຕາມຄາດ ໝາຍທີ່ວາງໄວ້.

About admin11