ກອງພັນໃຫຍ່ 642 ຊ່ວຍແຮງງານ ປຸກສ້າງທີ່ຢູ່ອາໃສໃຫ້ປະຊາຊົນ

 

ເພື່ອເປັນການປະຕິບັດຄໍາຂັວນ ຂອງກອງທັບປະຊາຊົນລາວ ທີ່ວ່າ ກອງທັບ ກັບ ປະຊາຊົນ ຄືປາ ກັບນໍ້າ, ສະນັ້ນ ໃນວັນທີ 22 ກຸມພາ 2021 ທ່ານ ພັນໂທ ບຸນເພັງ ຈັນທະວົງ ຫົວໜ້າການທະຫານ ກອງຮ້ອຍສ້ອມແປງ ທີ່ຂຶ້ນກັບກອງພັນໃຫຍ່ 642 ໄດ້ນໍາພາພະນັກງານ-ນັກຮົບໃນກົມກອງຈໍານວນ 23 ສະຫາຍ, ຍິງ 3 ສະຫາຍ ໄປຊ່ວຍເຫຼືອປຸກເຮືອນຊານໃຫ້ຄອບຄົວພໍ່ຕູ້ ເພັງ ອາຍຸ 72 ປີ ອາໃສຢູ່ບ້ານສີສະຫວາດ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ເປັນຄອບຄົວທີ່ຢູ່ກັນສອງຜົວເມຍເຖົ້າ ບໍ່ສາມາດປຸກເຮືອນແປງຊານຂອງຕົນເອງໄດ້ ຈຶ່ງມາຂໍແຮງງານອ້າຍນ້ອງທະຫານ ຊ່ວຍປຸກເຮືອນຂະໜາດ 5 x 6 ແມັດ ເປັນເຮືອນຮ້ານສູງ 2 ແມັດ, ມຸງດ້ວຍສັງກະສີ, ແອ້ມດ້ວຍຝາໄມ້ອັດ, ສ່ວນໄມ້ເຮືອນ, ເສົາເຮືອນ ແລະ ສັງກະສີ, ໄມ້ອັດ ແມ່ນຂອງເພິ່ນເອງ ແລະ ໄດ້ສໍາເລັດພາຍໃນ 1 ວັນ.

 

About admin11