7 ກຸ່ມໃຫຍ່ ທີ່ສ້າງລາຍຮັບໃຫ້ແກ່ແຂວງບໍລິຄຳໄຊ

ກອງປະຊຸມສະຫຼຸບວຽກງານສ່ວຍສາອາກອນແຂວງບໍລິຄຳໄຊ ປີ 2020 ແລະ ທິດທາງແຜນການ 2021 ໄດ້ຈັດຂຶ້ນໃນວັນທີ 24 ກຸມພາ 2021 ຢູ່ຫ້ອງປະຊຸມຂອງຕົນ ເຂົ້າຮ່ວມໂດຍທ່ານ ແສງຈັນ ຄຳປະເສີດ ຫົວໜ້າສ່ວຍສາອາກອນປະຈຳແຂວງ, ມີອາກອນຂັ້ນແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດ ເກັບລາຍຮັບສ່ວຍສາອາກອນ ປີ 2020 ເຫັນວ່າ ໄດ້ສຸມໃສ່ຫຼາຍວຽກງານທີ່ສຳຄັນ ແລະ ສາມາດຍາດໄດ້ຜົນສຳເລັດຈຳນວນໜຶ່ງ ເປັນຕົ້ນແມ່ນສາມາດຈັດເກັບລາຍຮັບພູດທ້ອງຖິ່ນໄດ້ 152,02 ຕື້ກີບ ເທົ່າກັບ 101,23% ຂອງແຜນການດັດແກ້ປີ, ລື່ນແຜນການປີ 1,23%, ໃນນັ້ນ ອາກອນປົກກະຕິ ປະຕິບັດໄດ້ 130 ຕື້ກວ່າກີບ, ລາຍຮັບຈາກທີ່ດິນ 6 ຕື້ກວ່າກີບ, ຄ່າທຳນຽມ 3 ຕື້ກວ່າກີບ ແລະ ຄ່າບໍລິການ 11 ຕື້ກວ່າກີບ.

7 ກຸ່ມໃຫຍ່ ທີ່ສ້າງລາຍຮັບ ດ້ານສ່ວຍສາອາກອນ ໄດ້ແກ່ກຸ່ມກໍ່ສ້າງເຂື່ອນ, ກຸ່ມໂທລະຄົມສື່ສານ, ກຸ່ມໄຟຟ້າ, ກຸ່ມນ້ຳມັນເຊື້ອໄຟ, ກຸ່ມກໍ່ສ້າງ ແລະ ສ້ອມແປງ, ກຸ່ມຊັບພະຍາກອນໄມ້ ເຄື່ອງປ່າຂອງດົງ ແລະ ກຸ່ມແຮ່ທາດ ລວມທັງໝົດ 107,25 ຕື້ກີບ, ກວມເອົາ 70,55% ຂອງລາຍຮັບທັງໝົດ.

ປະຈຸບັນ ການຈັດເກັບລາຍຮັບສ່ວຍສາອາກອນ ຍັງໄດ້ຍັງຫັນໄປສູ່ທັນສະໄໝ ໂດຍໄດ້ນຳເອົາຖານຂໍ້ມູນຫົວໜ່ວຍທຸລະກິດ ເຂົ້າສູ່ລົບບົບແທັກຣິດ (TaxRIS) 759 ຫົວໜ່ວຍ ເທົ່າກັບ 55,97%.

ຫຼັງຈາກນັ້ນ ຜູ້ແທນກອງປະຊຸມ ກໍ່ໄດ້ມີການສະເໜີປະກອບຄຳເຫັນ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຕາມຄຳຖາມເຈາະຈີ້ມຂອງທ່ານປະທານ ເປັນຕົ້ນແມ່ນການຄຸ້ມຄອງ ແລະ ຍົກລະດັບການເກັບລາຍຮັບ ຜ່ານລະບົບແທັກຣິດ (TaxRIS) ເພື່ອຫັນເປັນທັນສະໄໝ, ການປະສານສົມທົບກັບພາກສ່ວນກ່ຽວຂອງ ໃນການເກັບກຳຂໍ້ມູນ ແລະ ສະຖິຕິຖານລາຍຮັບຕ່າງໆ ໃຫ້ມີຄວາມລະອຽດຊັດເຈນ ແລະ ຖືກຕ້ອງທີ່ສຸດ, ວິທີການຍົກສູງຄວາມສາມາດ ແລະ ຄຸນນະພາບຂອງພະນັກງານສ່ວຍສາອາກອນ, ການແບ່ງຄວາມຮັບຜິດຊອບ ແລະ ວຽກງານອື່ນໆ ທັ້ງນີ້ກໍ່ເພື່ອຍົກໃຫ້ເຫັນຜົນງານດ້ານດີ ແລະ ບາງຂໍ້ຄົງຄ້າງ ທີ່ຈະໄດ້ນຳໄປປັບປຸງແກ້ໄຂ ວຽກງານໃນຕໍ່ໜ້າໃຫ້ດີຂຶ້ນ.

About admins14