ໂຮງຮຽນປະຖົມເຂດຜາທອງຈັດກິດຈະກໍາຖາມ-ຕອບຄໍາຖາມວິທະຍາສາດ

ໃນຕອນເຊົ້າຂອງວັນທີ 9 ທັນວາ 2020 ຢູ່ໂຮງຮຽນປະຖົມສົມບູນ ຫ້ວຍຫອຍ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດກິດຈະກໍາ ຖາມ-ຕອບ ວິທະຍາສາດ, ສີລະປະວັນນະຄະດີ ໂຮງຮຽນປະຖົມເຂດຜາທອງ ສົກຮຽນ 2020-2021 ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບົວພັນ ອິນຄໍາມະວົງ ຮອງເຈົ້າເມືອງວຽງທອງ.

ຈຸດປະສົງ ກໍ່ເພື່ອເປັນການແລກປ່ຽນບົດຮຽນໃນການເຄື່ອນໄຫວຂອງໂຮງຮຽນປະຖົມແຕ່ລະແຫ່ງ ທີ່ນອນຢູ່ໃນກຸ່ມ ໂດຍສະເພາະແມ່ນວຽກງານການຮຽນ-ການສອນ, ວຽກງານກິລາ, ສີລະປະ ແລະ ເພື່ອຮັດແໜ້ນຄວາມສາມັກຄີ ລະຫວ່າງໂຮງຮຽນພາຍໃນກຸ່ມດ້ວຍກັນ.

ກິດຈະກໍາຄັ້ງນີ້ ໄດ້ມີການແຂ່ງຂັນ ຖາມ-ຕອບຄໍາຖາມວິທະຍາສາດ, ແຂ່ງຂັນກິລາ ແລະ ຊົມການສະແດງສິລະປະຂອງນ້ອງນັກຮຽນແຕ່ລະໂຮງຮຽນ.

ຜ່ານການຖາມ-ຕອບຄໍາຖາມວິທະຍາສາດ ທີ່ 1 ສາຍວິຊາຄະນິດສາດ ໄດ້ແກ່ໂຮງຮຽນໂພນດູ່, ໂຮງຮຽນຜາທອງ, ໂຮງຮຽນ ນໍ້າຢ້າງ, ທີ 2 ໄດ້ແກ່ ໂຮງຮຽນ ວັງຫີນ, ໂຮງຮຽນຜາບໍ່, ທີ 3 ໄດ້ແກ່ໂຮງຮຽນ ກົກຂາມ, ໂຮງຮຽນ ຫ້ວຍຫອຍ, ໂຮງຮຽນທ່າແພ.

ທີ່ 1 ວິຊາ ພາສາລາວ: ໂຮງຮຽນນໍ້າຢ້າງ, ທີ່ 2 ໂຮງຮຽນ ທ່າແພ, ທີ່ 3  ໂຮງຮຽນຜາທອງ, ໂຮງຮຽນໂພນດູ່.

ທີ່ 1 ວິຊາໂລກອ້ອມຕົວ: ໂຮງຮຽນ ນໍ້າຢ້າງ, ທີ່ 2 ໂຮງຮຽນຜາທອງ, ທີ່ 3 ໂຮງຮຽນວັງຫີນ, ໂຮງຮຽນໂພນດູ່.

About admin11