ປກສ ເມືອງ ປາກຊັນ ຈັດຕັ້້ງເຜີຍແຜ່ມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງ ບໍລິຄໍາໄຊຄັ້ງທີ VII

 

ຕອນບ່າຍ ວັນທີ 08 ທັນວາ 2020 ກອງບັນຊາການ ປກສ ເມືອງ ປາກຊັນ ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ ແຂວງ ບໍລິຄໍາໄຊ ຄັ້ງທີ VII, ໂດຍການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ເອກະສານໂດຍ ທ່ານ ໄມຈອມ ວັັັນນະສານຄໍາ ເຈົ້າເມືອງ ປາກຊັນ.

ທ່ານ ໄມຈອມ ວັັັນນະສານຄໍາ ໄດ້ກ່າວວ່າ: ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງ ບໍລິຄໍາໄຊ ຄັ້ງທີ VII ໄດ້ໄຂຂື້ນໃນລະຫ່ວາງວັນທີ 24-25 ກັນຍາ 2020 ພາຍໃຕ້ການເປັນປະທານຂອງສະຫາຍ ປອ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ມີຜູ້ເຂົ້າຮ່ວມທັງໝົດ 266 ສະຫາຍ, ຍິງ 35 ສະຫາຍ, ໃນນັ້ນ ຜູ້ແທນສົມບູນ 237 ສະຫາຍ, ຍິງ 29 ສະຫາຍ, ທີ່ເປັນຕົວແທນໃຫ້ສະມາຊິກພັກທັງໝົດ 13,467 ສະຫາຍ, ກອງປະຊຸມໄດ້ເປັນກຽດຕ້ອນຮັບ ສະຫາຍ ປອ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ກອງປະຊຸມໄດ້ພ້ອມກັນຄົ້ນຄ້ວາ, ປະກອບຄໍາເຫັນຕໍ່ລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ V ແລະ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກແຂວງ ຊຸດທີ VI, ໃນນັ້ນ ໄດ້ຕີລາຄາດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນການຊີ້ນໍາ-ນໍາພາການຈັດຕັ້ງປະຕິບັດບັນດາມະຕິກອງປະຊຸມໃຫຍ່ ຄັ້ງທີ VI, ພ້ອມນີ້ຍັງໄດ້ເປັນເອກະພາບຮັບຮອງເອົາບົດລາຍງານການເມືອງ ທັງສອງພາກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ V ຂອງແຂວງ ( 2021 – 2025) ພາຍໃຕ້ຄໍາຂັວນທີ່ວ່າ: “ເພີ່ມທະວີບົດບາດການນໍາພາຂອງພັກ, ເສີມຂະຫຍາຍມູນເຊື້ອສາມັກຄີ, ສ້າງການຫັນປ່ຽນສູ່ການພັດທະນາທີ່ເຂັ້ມແຂງ ແລະ ຍືນຍົງ” ແລະ ສືບຕໍ່ປະຕິບັດວິໄສທັດຮອດປີ 2030 “ສ້າງແຂວງບໍລິຄໍາໄຊ ເປັນປະຕູເສດຖະກິດ, ແຫຼ່ງຜະລິດພະລັງງານ, ບໍລິການທາງຜ່ານ ແລະ ຄຸ້ມຄອງສິ່ງແວດລ້ອມແບບຍືນຍົງ ”.

ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່, ເຊິ່ງມີຜູ້ອອກສະໝັກເລືອກຕັ້ງ 38 ສະຫາຍ, ຍິງ 02 ສະຫາຍ ແລະ ເລືອກໄດ້ 33 ສະຫາຍ, ຍິງ 02 ສະຫາຍ, ກອງປະຊຸມປະຄັ້ງຖົມມະລຶກຂອງຄະນະບໍລິຫານງານພັກ ແຂວງ ຊຸດທີ VII ໄດ້ເລືອກຕັ້ງເອົາຄະນະປະຈໍາພັກແຂວງ ຈໍານວນ 11 ສະຫາຍ, ຮັບຮອງເອົາ ປະທານ, ຮອງປະທານກວດກາພັກ ແລະ ເປັນເອກະພາບຮັບຮອງເອົາ ເລຂາ, ຮອງເລຂາຄະນະພັກຄື: ສະຫາຍ ປອ ກອງແກ້ວ ໄຊສົງຄາມ ເປັນເລຂາ, ສະຫາຍ ປອ ສຸວັນນີ ໄຊຊະນະ ເປັນຮອງເລຂາ, ສະຫາຍ ວັນວິໄລ ແດນພູຫຼວງ ເປັນຮອງເລຂາ, ສະຫາຍ ປອ ດວງຕາ ມໍລະຄາສຸກ ເປັນປະທານຄະນະກວດການພັກ ແລະ ອີກ 04 ສະຫາຍ, ຍິງ 01 ສະຫາຍເປັນຮອງປະທານ, ພ້ອມນັ້ນຍັງໄດ້ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນ ແລະ ຜູ້ແທນສໍາຮອງ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ໃນນີ້ມີຜູ້ແທນສົມບູນ 22 ສະຫາຍ, ຍິງ 01 ສະຫາຍ, ຜູ້ແທນສໍາຮອງ 03 ສະຫາຍ.

ໃນໂອກາດດຽວກັນ ທ່ານຍັງໄດ້ຍົກໃຫ້ເຫັນທິດທາງໜ້າທີ ແລະ ຄາດໝາຍສູ້ຊົນສໍາລັບໄລຍະປີ 2021-2025 ໂດຍຈະສືບຕໍ່ເຮັດໃຫ້ທົ່ວແຂວງ ມີຄວາມສະຫງົບປອດໄພ ແລະ ໜັກແໜ້ນ ເພື່ອສ້າງປັດໃຈພື້ນຖານໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂະຫຍາຍຕົວ, ປະຕິບັດສ້າງບ້ານ, ກຸ່ມບ້ານພັດທະນາ ຕິດພັນກັບວຽກງານ 03 ສ້າງ ໃຫ້ເຂົ້າສູ່ລວງເລິກ, ປັບປຸງບູລະນະລະບົບການເມືອງປະຊາທິປະໄຕປະຊາຊົນ ໃຫ້ເຂັ້ມແຂງ ໂດຍຈັດຕັ້ງປະຕິບັດບັນດາ 05 ຄາດໝາຍ 10 ທິດທາງ, ສືບຕໍ່ຈັດຕັ້ງປະຕິບັດ 09 ຫົວຂໍ້ສໍາມະນາວິທະຍາສາດ ແລະ ການແກ້ໄຂບັນຫາ 04 ເຖື່ອນຂອງແຂວງ ວາງອອກໃຫ້ປະກົດຜົນເປັນຈິງຢ່າງເປັນຮູບປະທໍາ.

ການຈັດຕັ້ງເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງ ບໍລິຄໍາໄຊ ຄັ້ງທີ VII ໃນຄັ້ງນີ້ ເພື່ອໃຫ້ຄະນະພັກ, ຄະນະບັນຊາ, ສະມາຊິກພັກ, ພະນັກງານ-ນັກຮົບກອງບັນຊາການ ປກສ ເມືອງ ປາກຊັນ ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງການເມືອງ ແລະ ແນວທາງການຈັດຕັ້ງທີ່ໄດ້ກໍານົດອອກໃນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງ ບໍລິຄໍາໄຊ ຄັ້ງທີ VII ພ້ອມກັນນໍາໄປຈັດຕັ້ງຜັນຂະຫຍາຍຢ່າງເລິກເຊິ່ງ, ກ້ວາງຂວາງສອດຄ່ອງກັບສະພາບເງື່ອນໄຂຂອງແຕ່ລະວຽກງານໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ.

 

About admin11