ຄະນະປະຕິບັດງານພິເສດ ບໍລິຄຳໄຊ – ຮ່າຕິ້ງ ພົບປະແລກປ່ຽນວຽກງານຂຸດຄົ້ນອັດຖິ

ກອງປະຊຸມພົບປະລະຫວ່າງ ຄະນະປະຕິບັດງານພິເສດແຂວງບໍລິຄຳໄຊ ສ.ປ.ປ ລາວ ແລະ ແຂວງຮ່າຕິ້ງ ສ.ສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 10 ທັນວາ 2020 ຢູ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ, ຫົວໜ້າຄະນະປະຕິບັດງານພິເສດແຂວງບໍລິຄຳໄຊ, ມີບັນດາສະຫາຍໃນຄະນະປະຕິບັດງານພິເສດແຂວງບໍລິຄຳໄຊ-ແຂວງຮ່າຕິ້ງເຂົ້າຮ່ວມ ເຊິ່ງແຂວງຮ່າຕິ້ງນຳໂດຍສະຫາຍ ພັທ ພິເສດ ຮ່າດຶກຮຸ່ງ ຫົວໜ້າໜ່ວຍງານປະຕິບັດງານພິເສດແຂວງຮ່າຕິ້ງ.

ສະຫາຍ ຄຳຫຼ້າ ຫຼວງແສງເພັດ ຫົວໜ້າກອງເລຂາຄະນະຊີ້ນຳຄະນະປະຕິບັດງານພິເສດແຂວງບໍລິຄຳໄຊ ໄດ້ຜ່ານບົດລາຍງານວ່າ: ໃນສົກປີຜ່ານມາ ໜ່ວຍປະຕິບັດງານພິເສດຂອງແຂວງ ໄດ້ແຈ້ງການໄປຫາບັນດາເມືອງ, ອຳນາດການປົກຄອງບ້ານ ປຸກລະດົມປະຊາຊົນເຂົ້າຮ່ວມວຽກງານດັ່ງກ່າວ, ໜ່ວຍງານຂຸດຄົ້ນໄດ້ແບ່ງໜ່ວຍງານອອກເປັນສອງຈຸ ຄື: ຈຸທີ່ໜຶ່ງ ປະຈຳການຢູ່ເມືອງປາກຊັນ ແລະ ຈຸທີ່ສອງປະຈຳຢູ່ເມືອງວຽງທອງ, ໜ່ວຍງານປະຕິບັດງານພິເສດ 2 ແຂວງ ໄດ້ຮ່ວມກັນ ແລະ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໂຄສະນາ-ອົບຮົມເພື່ອເກັບກຳຂໍ້ມູນ ເຖິງວ່າສະຖານທີ່ຫຼາຍບ່ອນມີການປ່ຽນແປງ, ສະພາບອາກາດບໍ່ເອື້ອອຳນວຍ, ພູມມີປະເທດແຕກຕ່າງກັນ ເຊິ່ງສ້າງຄວາມຫຍຸ້ງຍາກໃນການປະຕິບັດງານຂອງອ້າຍນ້ອງ ແຕ່ສິ່ງດັ່ງກ່າວ ບໍ່ໄດ້ເປັນອຸປະສັກຕໍ່ການເຄື່ອນໄຫວວຽກງານ, ມາຮອດປະຈຸບັນ ແຂວງບໍລິຄຳໄຊສາມາດຂຸດຄົ້ນໄດ້ 3 ອັດຖິ ລວມທັງໝົດທີ່ຈັດສົ່ງກັບຄືນປະເທດແລ້ວນັ້ນ ຈຳນວນ 528 ອັດຖິ ແລະ ຍັງຈະສຶບຕໍ່ຊອກຫາຕາມແຫຼ່ງຂໍ້ມູນທີ່ເກັບກຳໄດ້ ເພື່ອກະກຽມໃຫ້ແກ່ການຈັດສົ່ງກັບຄືນປະເທດໃນລະຫວ່າງເດືອນພຶດສະພາ 2021 ທີ່ຈະມາເຖິງນີ້.

ຫຼັງຈາກນັ້ນທັງສອງຝ່າຍ ກໍ່ຍັງໄດ້ມີການປະກອບຄຳຄິດຄຳເຫັນຮ່ວມກັນ ໃນຫຼາຍວຽກງານສຳຄັນ ເປັນຕົ້ນແມ່ນແຜນການຂຸດຄົ້ນອັດຖິໃນສົກປີ 2020-2021 ທີ່ຈະພ້ອມກັນສູ້ຊົນໃຫ້ໄດ້ 10-12 ອັດຖິ.

About admins16