ໂຮງຮຽນປະຖົມສົມບູນໂພນດູ່ຫຼັງໃໝ່ ຈະເປີດນຳໃຊ້ໃນມໍ່ໆນີ້

ໃນວັນທີ 8 ພະຈິກ 2021 ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາຄະນະບໍລິຫານງານພັກແຂວງບໍລິຄຳໄຊ ໄດ້ລົງກວດກາ, ຕິດຕາມ ຄວາມຄືບໜ້າການກໍ່ສ້າງ ອາຄານໂຮງຮຽນປະຖົມສົມບູນ ບ້ານ ໂພນດູ່ ເມືອງ ວຽງທອງ, ໂດຍມີການນຳຂັ້ນເມືອງ ແລະ ບໍລິສັດຮັບເໜົາກໍ່ສ້າງ ຮ່ວມພາທາງ.

ທ່ານ ອາລຸນສັກ ປະທຳມະວົງ ຮອງເຈົ້າເມືອງວຽງທອງ ໃນນາມຜູ້ຕິດຕາມການກໍ່ສ້າງອາຄານໂຮງຮຽນ ໄດ້ລາຍງານວ່າ ອາຄານໂຮງຮຽນປະຖົມສົມບູນບ້ານໂພນດູ່ຫຼັງໃໝ່ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ທ້າຍເດືອນມິຖຸນາ 2021 ເປັນຕົ້ນມາ ເຊິ່ງການກໍ່ສ້າງສຳເລັດແລ້ວ 90 ສ່ວນຮ້ອຍ, ປະຈຸບັນນີ້ ແມ່ນກຳລັງຕິດຕັ້ງດອກໄຟ, ພັດລົມ ແລະ ການເກັບລາຍລະອຽດຕ່າງໆ.

ໂຮງຮຽນແຫ່ງນີ້ ເປັນເປັນອາຄານ 1 ຊັ້ນ ກໍ່ສ້າງດ້ວຍເບຕົງເສີມເຫຼັກ, ມຸງດ້ວຍກະເບື້ອງ, ມີຄວາມກວ້າງ 10 ແມັດ, ຍາວ 40 ແມັດ, ມີການສະໜອງໂຕະ ແລະ ຕັ່ງໃໝ່ຄົບຊຸດ ລວມມີ 5 ຫ້ອງຮຽນ, ມູນຄ່າ 700 ລ້ານກວ່າກີບ, ໂດຍໄດ້ຮັບທຶນສະໜັບສະໜູນຈາກຄອບຄົວ ທ່ານນາຍົກລັດຖະມົນຕີ ສປປ ລາວ, ຮັບເໝົາກໍ່ສ້າງໂດຍ ບໍລິສັດ ວັນດີຈະເລີນຄົບວົງຈອນ ຈຳກັດຜູ້ດຽວ ຄາດວ່າຍັງອີກປະມານ 1 ເດືອນຈະສຳເລັດ ແລະ ຈະເປີດນຳໃຊ້ໃນມໍ່ໆນີ້.

ຮອງເຈົ້າເມືອງວຽງທອງ ຍັງໄດ້ໃຫ້ຮູ້ຕື່ມອີກວ່າ ໂຮງຮຽນແຫ່ງນີ້ ຈະເປັນສະຖານທີ່ການສຶກສານ້ອງໆນັກຮຽນເຂດບ້ານໂພນດູ່ ແທນອາຄານຫຼັງເກົ່າທີ່ເປເພ, ຊຸດໂຊມ, ໃນນາມຕາງໜ້າໃຫ້ອໍານາດການປົກຄອງຂັ້ນເມືອງ ທ່ານຍັງໄດ້ສະແດງຄວາມຂອບໃຈມາຍັງຜູ້ໃຫ້ທຶນສະໜັບສະໜູນ ຍົກລະດັບການສຶກສາພາຍໃນເມືອງ ໃຫ້ມີໃບໜ້າໃໝ່.

About admins14