ວຽງທອງ ປະຕິບັດນະໂຍບາຍ ເງິນອຸດໜູນເສຍສະຫຼະຊີວິດ ຕໍ່ຜູ້ທີ່ມີຜົນງານພາລະກິດຮັບໃຊ້ປະຕິວັດຊາດ

ພິທີປະຕິບັດນະໂຍບາຍ ມອບເງິນອຸດໜູນເສຍສະຫຼະຊີວິດ ຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດຮັບໃຊ້ການປະຕິວັດຊາດ ປະຊາທິປະໄຕ ໄດ້ຈັດຂຶ້ນໃນວັນທີ 9 ພະຈິກ 2021 ຢູ່ສະໂມສອນເມືອງວຽງທອງ ເປັນກຽດເຂົ້າຮ່ວມໂດຍ ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກພັກ-ພະນັກງານ, ມີທ່ານ ຄຳແພນ ວີລືທຳ ເຈົ້າເມືອງວຽງທອງ, ທ່ານ ນາງ ໂສພາ ຈັນທະວົງ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ເຂົ້າຮ່ວມ.

ໂດຍປະຕິບັດຕາມດຳລັດ ວ່າດ້ວຍການປະຕິບັດນະໂຍບາຍ ຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດຮັບໃຊ້ການປະຕິວັດຊາດປະຊາທິປະໄຕ ສະບັບເລກທີ 272/ລບ ລົງວັນທີ 16 ກັນຍາ 2015 ແລະ ອິງໃສ່ນິຕິກໍາທີ່ກ່ຽວຂ້ອງ ເຈົ້າແຂວງບໍລິຄໍາໄຊ ຕົກລົງເຫັນດີມອບເງິນນະໂຍບາຍໃຫ້ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດຮັບໃຊ້ການປະຕິວັດຊາດປະຊາທິປະໄຕ ຢູ່ເມືອງວຽງທອງ 7 ທ່ານ ທີ່ເສຍສະຫຼະຊີວິດ ຈຳນວນ 174.166.000 ກີບ.

ໃນນັ້ນ ມອບໃຫ້ ທ່ານ ນວນສີ 25.527.000 ກີບ, ທ່ານ ຄືຢ່າງ 27.135.000 ກີບ, ທ່ານ ທອງຈັນ 25.527.000 ກີບ, ທ່ານ ຄຳຜິວ 27.135.000 ກີບ, ທ່ານ ປີ້ງ ໄຊພົມມີ 27.135.000 ກີບ, ທ່ານ ຊຽງຂັນ 24.120.000 ກີບ ແລະ ທ່ານ ວັງມາກ 17.166.000 ກີບ, ຂື້ນຮັບເງິນຈໍານວນດັ່ງກ່າວ ແມ່ນຕາງໜ້າຍາດພີ່ນ້ອງ ໂດຍຊ້ອງໜ້າການນໍາຂັ້ນຂັ້ນແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

About admins14