ບໍລິຄັນ ເຜີຍແຜ່ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ

ພິທີເຜີຍແຜ່ຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ແຕ່ນີ້ຫາປີ 2023 ຢູ່ເມືອງບໍລິຄັນ ໄດ້ຈັດຂຶ້ນໃນວັນທີ 5 ພະຈິກ 2021 ຢູ່ສະໂມສອນໃຫຍ່ຂອງເມືອງ ເປັນກຽດຂຶ້ນບັນຍາຍເອກະສານຂອງ ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາຄະນະບໍລິຫານງານພັກແຂວງ ທັງເປັນຫົວໜ້າຄະນະຮັບຜິດຊອບລົງເລິກການຈັດຕັ້ງປະຕິບັດມາດຕະການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຂັ້ນແຂວງບໍລິຄຳໄຊ ມີພະນັກງານຫຼັກແຫຼ່ງ, ນຳພາ-ຄູ້ມຄອງຂັ້ນເມືອງເຂົ້າຮ່ວມ.

ເອກະສານທີ່ນຳມາເຜີຍແຜ່ໃນຄັ້ງນີ້ ມີຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 02/ກມສພ ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍເພີ່ມທະວີການນຳພາ-ຊີ້ນຳຂອງຄະນະພັກແຕ່ລະຂັ້ນຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ.

ຢາເສບຕິດເປັນບັນຫາໃຫຍ່ລະດັບໂລກ ທີ່ບັນດາປະເທດຕ່າງໆໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຮ່ວມມືກັນ ຕ້ານ,ສະກັດກັ້ນ, ຄວບຄູມ ແລະ ແກ້ໄຂ, ອົງການສະຫະປະຊາຊາດໄດ້ກຳນົດເອົາການກະທຳຜິດກ່ຽວກັບຢາເສບຕິດ ເປັນໜື່ງໃນອາດສະຍາກຳສາກົນ ເຊິ່ງຢູ່ປະເທດເຮົາພວມປະເຊີນກັບໄພຂົ່ມຂູ່ຈາກບັນຫາຢາເສບຕິດ ທີ່ໄດ້ແຜ່ລະບາດໄປທົ່ວທຸກບ່ອນ ນັບທັງຕົວເມືອງ ແລະ ຊົນນະບົດ ເຂດຫ່າງໄກສອກຫຼີກ ໃນລະດັບທີ່ແຕກຕ່າງກັນ.

ຍ້ອນເຫັນໄພອັນຕະລາຍ ແລະ ການເລັ່ງທວງໃຫ້ແກ້ໄຂບັນຫາຢາເສບຕິດ ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງພັກ ຈຶ່ງໄດ້ກຳນົດອອກວ່າ:  ຕ້ອງຍົກລະດັບການສະກັດກັ້ນ ແລະ ແກ້ໄຂຜົນຮ້າຍຈາກບັນຫາຢາເສບຕິດ ໃຫ້ເປັນໜ້າທີ່ຕົ້ນຕໍທາງດ້ານສັງຄົມ ແລະ ເປັນສ່ວນໜື່ງໃນວາລະແຫ່ງຊາດ ເຊີ່ງຕ້ອງປຸກລະດົມການເຂົ້າຮ່ວມຂອງທົ່ວສັງຄົມໃຫ້ແຂງແຮງ, ຕໍ່ເນື່ອງ ແລະ ເຮັດໃຫ້ 70-80 % ຂອງບ້ານທົ່ວປະເທດປອດຢາເສບຕິດຢ່າງແທ້ຈິງ.

ນັ້ນແມ່ນຄາດໝາຍໃຫຍ່ອັນໜື່ງ ທັງເປັນຄວາມຮັບຜິດຊອບການເມືອງຂອງພັກ-ລັດ ກໍ່ຄືທົ່ວສັງຄົມ ເພື່ອແກ້ໄຂບັນຫາຢາເສບຕິດໃຫ້ຫຼຸດໜ້ອຍຖອຍລົງ ແລະ ກ່າວໄປເຖິງກຳຈັດໃຫ້ໝົດສີ້ນໄປ ເປັນກ້າວໆ.

ສຳລັບແຂວງບໍລິຄຳໄຊ ຄະນະພັກຄະນະປົກຄອງແຂວງ ໄດ້ຜັນຂະຫຍາຍບັນດາຄຳສັ່ງຂອງຂັ້ນເທິງເປັນວົງກວ້າງ ໃນນັ້ນ ໄດ້ອອກນິຕິກຳຈຳນວນ 4 ສະບັບ ແລະ ສ້າງແຜນຜັນຂະຫຍາຍວາລະແຫ່ງຊາດກ່ຽວກັບການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສຕິດເປັນສະເພາະຂອງແຂວງ, ນອກນັ້ນກອງບັນຊາການ ປກສ ແຂວງ ບໍລິຄຳໄຊ ຍັງໄດ້ສ້າງໂຄງການຈັດຕັ້ງປະຕິບັດວາລະແຫ່ງຊາດເປັນອັນສະເພາະຕື່ມອີກ.

ໃນຕອນທ້າຍ ທ່ານ ວັນວິໄລ ແດນພູຫຼວງ ໄດ້ເນັ້ນໃຫ້ຄະນະບໍລິຫານງານພັກເມືອງ ຈົ່ງໄດ້ຮີບຮ້ອນຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໂດຍແບ່ງຄວາມຮັບຜິດຊອບເປັນອັນລວມ ແລະ ອັນສະເພາະ ລົງມືຈັດຕັ້ງປະຕິບັດຕາມແຜນການທີ່ໄດ້ນຳນົດໄວ້ ໃນປີ 2023 ໃຫ້ບັນລຸໃນເປົ້າໝາຍເກີນ 80 % ຂອງບ້ານທັງໝົດພາຍໃນເມືອງທີ່ໄດ້ກຳນົດໄວ້.

About admins14