ໂຮງຮຽນທິດສະດີການເມືອງ – ການປົກຄອງແຂວງ ປິດຊຸດຮຽນບົບຊັ້ນກາງ ຮຸ່ນທີ່ XV ແລະ ຊັ້ນຕົ້ນ ຮຸ່ນທີ I ສົກປີ 2021 – 2022

ພິທີປິດຊຸດຮຽນທິດສະດີການ ເມືອງ – ການປົກຄອງ ລະບົບຊັ້ນກາງ ຮຸ້ນທີ່ XV ແລະ ຊັ້ນຕົ້ນຮຸ່ນທີ I ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 19 ຕຸລາ 2022 ຢູ່ສະໂມສອນໃຫຍ່ຂອງແຂວງບໍລິຄຳໄຊ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ປທ ນາງ ບຸນມີ ຈຸນລະຈັກ ຮອງຫົວໜ້າສະຖາບັນການເມືອງ – ການປົກຄອງແຫ່ງຊາດ ແລະ ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງບໍລິຄຳໄຊ, ມີຄູອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

ຊຸດຮຽນທິດສະດີການເມືອງ – ການປົກຄອງລະບົບຊັ້ນກາງ ຮຸ່ນທີ່ 15 ໄດ້ເປີດຂຶ້ນຢ່າງເປັນທາງການໃນຄັ້ງວັນທີ 7 ມິຖຸນາ 2021 ແລະ ຊັ້ນຕົ້ນຮຸ່ນທີ່ 1 ໄດ້ເປີດຮຽນ ຄັ້ງວັນທີ 18 ກໍລະກົດ 2022, ນັກສຶກສາລະບົບຊັ້ນກາງ ມີທັງໝົດ 60 ສະຫາຍ, ຍິງ 20 ສະຫາຍ, ໃນນັ້ນ ມາຈາກພະແນກການ, ອົງການ ອ້ອມຂ້າງແຂວງ, ກຳລັງ ປກຊ – ປກສ ແຂວງ 41 ສະຫາຍ, ຍິງ 13 ສະຫາຍ, ມາຈາກເມືອງ 19 ສະຫາຍ, ຍິງ 07 ສະຫາຍ, ນັກສຶກສາຊັ້ນຕົ້ນ ມີທັງໝົດ 50 ສະຫາຍ, ຍິງ 22 ສະຫາຍ ມາຈາກພະແນກການ, ອົງການ ອ້ອມຂ້າງແຂວງ, ປກຊ-ປກສ ແຂວງ 41 ສະຫາຍ, ຍິງ 20 ສະຫາຍ, ມາຈາກເມືອງ 09 ສະຫາຍ, ຍິງ 02 ສະຫາຍ, ນັກສຶກສາແຕ່ລະສະຫາຍ ລ້ວນແລ້ວແຕ່ແມ່ນສະມາຊິກພັກສົມບູນ.

ໂຄງການຫຼັກສູດການຮຽນ – ການສອນ ລະບົບຊັ້ນກາງແມ່ນ 15 ເດືອນ, ມີ 28 ວິຊາຮຽນ 01 ບົດປ້ອງກັນ, ມີ 1.280 ຊົ່ວໂມງ, ເທົ່າກັບ 80 ໜ່ວຍກິດ, ສາມາດປະຕິບັດ ຊົ່ວໂມງບັນຍາຍໄດ້ 665 ຊົ່ວໂມງ, ສຳມະນາຫ້ອງ, ສຳມະນາໜ່ວຍ 102 ຊົ່ວໂມງ, ກຽມສຳມະນາ 84 ຊົ່ວໂມງ, ທວນເສັງ 96 ຊົ່ວໂມງ, ແກ້ຂໍ້ຂ້ອງໃຈ 30 ຊົ່ວໂມງ, ສອບເສັງຂຽນ 50 ຊົ່ວໂມງ, ເສັງປາກເປົ່າ 42 ຊົ່ວໂມງ, ລາຍງານເພີ່ມ 08 ຊົ່ວໂມງ, ໄປທັດສະນະສຶກສາ 07 ຊົ່ວໂມງ, ລົງຮາກຖານ 49 ຊົ່ວໂມງ, ລົງເກັບກຳຂໍ້ມູນ ແລະ ຂຽນບົດປ້ອງກັນ 32 ຊົ່ວໂມງ, ລວມແລ້ວປະຕິບັດໄດ້ທັງໝົດ 1.192 ຊົ່ວໂມງ ເທົ່າກັບ 93,12%.

ໂຄງການຫຼັກສູດການຮຽນ – ການສອນ ລະບົບຊັ້ນຕົ້ນ 03 ເດືອນ ມີ 490 ຊົ່ວໂມງ ເທົ່າກັບ 15 ໜ່ວຍກິດ, ມີ 9 ວິຊາຮຽນ; ບັນຍາຍ 156 ຊົ່ວໂມງ, ຄົ້ນຄວ້າ ແລະ ທວນເສັງ 63 ຊົ່ວໂມງ, ເສັງຂຽນ 27 ຊົ່ວໂມງ, ສໍາມະນາຫ້ອງ 63 ຊົ່ວໂມງ, ທວນເສັງ ສມປຊ ໄດ້ 50 ຊົ່ວໂມງ, ສອບເສັງປາກເປົ່າລະດັບ ສມປຊ 35 ຊົ່ວໂມງ, ອອກແຮງງານ 33 ຊົ່ວໂມງ, ໄປ ທັດສະນະສຶກສາ 07 ຊົ່ວໂມງ ແລະຂຽນບົດລາຍງານເພີ່ມ 35 ຊົ່ວໂມງ, ລວມທັງໝົດ ປະຕິບັດໄດ້ 469 ຊົ່ວໂມງ ເທົ່າກັບ 95,71 %.

ຈັດເກຣດຮຽນຂອງນັກສຶກສາຊັ້ນກາງ ເກຣດ A ເທົ່າກັບ 1,67%, ເກຣດ B+ ເທົ່າກັບ 98,33%, ຄະແນນປ້ອງກັນບົດທົບທວນ ເກຣດ A ເທົ່າກັບ 70%, ເກຣດ B+ ເທົ່າກັບ 30%, ຈັດເກຣດຮຽນຂອງນັກສຶກສາຊັ້ນຕົ້ນ ເກຣດ A ເທົ່າກັບ 46%, ເກຣດ B+ ເທົ່າກັບ 47,33% ແລະ ເກຣດ B ເທົ່າກັບ 6,67%.

ຈາກນັ້ນ ໄດ້ມີການມອບໃບປາກາສະນີຍະບັດໃຫ້ແກ່ນັກສຶກສາທັງສອງຮຸ່ນ, ຊັ້ນກາງ ເປັນກຽດມອບໂດຍທ່ານ ປທ ນາງ ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ສະມາຊິກສະພາແຫ່ງຊາດ, ຮອງຫົວໜ້າສະຖາບັນການເມືອງ – ການປົກຄອງແຫ່ງຊາດ ແລະ ຊັ້ນຕົ້ນ ມອບໂດຍທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງບໍລິຄຳໄຊ.

ພ້ອມນີ້ ຍັງໄດ້ມອບໃບຍ້ອງຍໍ ໃຫ້ແກ່ນັກສຶກສາທີ່ຮຽນດີ – ຮຽນເກັ່ງ ແລະ ຄູອາຈານທີ່ສອນດີສອນເກັ່ງ, ເປັນກຽດມອບໂດຍທ່ານ ວັນໄຊ ເງ່ຍຈັນທະສອນ ຫົວໜ້າໂຮງຮຽນການເມືອງການປົກຄອງແຂວງ ແລະ ທ່ານ ສົມນຶກ ລອງອ່ອນ ຮອງຫົວໜ້າໂຮງຮຽນການເມືອງການປົກຄອງແຂວງ.

About admins16