ພິິທີມອບ-ຮັບໃບຢັ້ງຢືນ 4 ບຸກ ຊາວໜຸ່ມຮາກຖານ ຫ້ອງວ່າການແຂວງບໍລິຄຳໄຊ

ໃນວັນທີ 17 ຕຸລາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນ 4 ບຸກຂຶ້ນ ໂດຍເປັນປະທານ ສະຫາຍ ຄຳຫຼ້າ ຫຼວງແສງເພັດ ເລຂາຊາວໜຸ່ມຮາກຖານຊາວໜຸ່ມຫ້ອງວ່າການແຂວງ, ເປັນກຽດເຂົ້າຮ່ວມເປັນຄະນະປະທານໂດຍ ສະຫາຍ ທະນູວັນ ວົງມະນີ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ແລະສະຫາຍ ສາຍຄຳ ວົງຄຳທອງ ຮອງເລຂາຄະນະພັກຮາກຖານຫ້ອງວ່າການແຂວງ ມີຄະນະຊາວໜຸ່ມຮາກຖານ, ສະມາຊິກຊາວໜຸ່ມ ແລະ ແຂກຖືກເຊີນເຂົ້າຮ່ວມ.

ພິທີ ສະຫາຍ ພອນສະຫວັນ ວົງສາວັນທອງ ຮອງເລຂາຊາວໜຸ່ມຮາກຖານ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2021 ແລະ ທິດທາງແຜນການປີ 2022 ຜ່ານການຕິດຕາມ, ກວດກາ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມຮາກຖານຫ້ອງວ່າການ ເຫັນວ່າຖືກຕ້ອງຕາມເງື່ອນໄຂ, ມາດຖານ ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ວາງອອກ ເຊິ່ງສະແດງໃຫ້ເຫັນແຕ່ລະດ້ານດັ່ງນີ້: ບຸກດ້ານແນວຄິດ ຕີລາຄາໄດ້ 96%, ບຸກດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ ຕີລາຄາໄດ້ 95%, ບຸກດ້ານການຈັດຕັ້ງ ຕີລາຄາໄດ້ 96%, ບຸກດ້ານວິຊາຊີບ-ສ້າງວຽກເຮັດງານທຳ ຕີລາຄາໄດ້ 96% ແລະ ຍັງໄດ້ວາງແຜນການຄາດໝາຍສູ້ຊົນໃນປີຕໍ່ໜ້າຄື: ບຸກດ້ານແນວຄິດ ໃຫ້ໄດ້ 96%, ບຸກດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ ໃຫ້ໄດ້ 96%, ບຸກດ້ານການຈັດຕັ້ງ ໃຫ້ໄດ້ 96%, ບຸກດ້ານວິຊາຊີບ-ສ້າງວຽກເຮັດງານທຳ ໃຫ້ໄດ້ 96%.

ເພື່ອເປັນການຢັ້ງຢືນເຖິງຜົນງານ ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ຈຶ່ງໄດ້ຕົກລົງມອບໃບຢັ້ງຢືນ 4 ບຸກ ແລະ ທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ ໃຫ້ແກ່ຄະນະຊາວໜຸ່ມຮາກຖານຫ້ອງວ່າການແຂວງ ໃຫ້ກຽດມອບໂດຍ ສະຫາຍ ທະນູວັນ ວົງມະນີ ແລະ ຮັບໂດຍ ສະຫາຍ ຄຳຫຼ້າ ຫຼວງແສງເພັດ.

About admins14