ເຜີຍແຜ່ແຜນພັດທະນາ ແລະ ສົ່ງເສີມວິສາຫະກິດ ( MSME ) 2021 – 2025

ກອງປະຊຸມເຜີຍແຜ່ແຜນພັດທະນາ MSME 2021 – 2025 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 17 ຕຸລາ 2022 ຢູ່ໂຮງແຮມດອກຈຳປາ ເມືອງປາກຊັນ ແຂວງບໍລິຄຳໄຊ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີຫົວໜ້າ, ຮອງຫົວໜ້າພະແນກ ອຄ ແຂວງໄຊສົມບູນ, ນະຄອນຫລວງວຽງຈັນ, ບໍລິຄຳໄຊ, ວຽງຈັນ, ຄຳມ່ວນ, ສະຫວັນນະເຂດ, ພະແນກທີ່ກ່ຽວຂ້ອງ ແລະ ພາກທຸລະກິດ ເຂົ້າຮ່ວມ.

ຕາມການສຳຫລວດເສດຖະກິດທົ່ວປະເທດ ຄັ້ງທີ III ໄດ້ຊີ້ໃຫ້ເຫັນວ່າ ຈຳນວນ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ມີແຮງງານບໍ່ເກີນ 99 ຄົນ ກວມເອົາ 99,8% ເຊິ່ງໃນນັ້ນ 94,2% ແມ່ນຈຸນລະວິສາຫະກິດທີ່ມີແຮງງານບໍ່ເກີນ 5 ຄົນ.

ຈາກສະພາບດັ່ງກ່າວນັ້ນ ເພື່ອເປັນການປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ຂອງລັດຖະບານ ແລະ ເປັນການຮັບປະກັນໃຫ້ວຽກງານສົ່ງເສີມ MSME ໃນໄລຍະ 2021 – 2025 ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນລະບົບ, ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍກົມສົ່ງເສີມ SME ໄດ້ເປັນເຈົ້າການສ້າງແຜນພັດທະນາ MSME 2021 – 2025 ຂຶ້ນ ພາຍໃຕ້ການສະໜັບສະໜູນຂອງອົງການສະຫະປະຊາຊາດ ສຳນັກງານໃຫຍ່ ເຊິ່ງແຜນພັດທະນາດັ່ງກ່າວປະກອບມີ 7 ນະໂຍບາຍ ແລະ 58 ມາດຕະການ.

ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ( MSME ) ເປັນພາກສ່ວນທີ່ສຳຄັນ ໃນການປະກອບສ່ວນເຂົ້າໃນເສດຖະກິດຂອງຊາດ, ມີຄວາມສາມາດເຊື່ອມຕົວເຂົ້າຮ່ວມການຜະລິດ, ການບໍລິການ ແລະ ແລກປ່ຽນສິນຄ້າຢູ່ໃນພາກພື້ນ ແລະ ສາກົນ, ດຳເນີນທຸລະກິດພາຍໃຕ້ສະພາບແວດລ້ອມທີ່ເອື້ອອຳນວຍ, ນິຕິກຳ ແລະ ກົນໄກສະໜັບສະໜູນຢ່າງມີປະສິດທິພາບ ເຊິ່ງມີນະໂຍບາຍພັດທະນາຜູ້ປະກອບກິດຈະການ, ສົ່ງເສີມການເຂົ້າເຖິງແຫຼ່ງທຶນ, ສົ່ງເສີມການເພີ່ມຜະລິດຕະພາບ, ການເພີ່ມເຕັກໂນໂລຊີ ແລະ ນະວັດຕະກຳ, ການເຂົ້າເຖິງການບໍລິການວິຊາການເພື່ອພັດທະນາທຸລະກິດ, ສົ່ງເສີມການເຂົ້າເຖິງຕະຫຼາດ ແລະ ຂະຫຍາຍຕະຫຼາດ, ສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ໃຫ້ແກ່ການສ້າງຕັ້ງ, ດຳເນີນທຸລະກິດ ແລະ ນະໂຍບາຍພາສີ-ອາກອນ ດ້ານການເງິນ.

ກອງປະຊຸມຄັ້ງນີ້ ໄດ້ເຜີຍແຜ່ແຜ່ກົດໝາຍວ່າດ້ວຍການສົ່ງເສີມ MSME, ຮ່າງດຳລັດວ່າດ້ວຍການຈັດແບ່ງຂະໜາດ MSME ແລະ ຮ່າງດຳລັດວ່າດ້ວຍກອງທຶນສົ່ງເສີມ MSME.

About admins16