ໂຮງຮຽນທິດສະການເມືອງ – ການປົກຄອງແຂວງ ປ້ອງກັນໂຄງຮ່າງບົດວິທະຍາສາດ ພາຍໃຕ້ຫົວຂໍ້ ສ້າງການຫັນປ່ຽນຢ່າງແຂງແຮງ

ພິທີປ້ອງກັນໂຄງຮ່າງບົດວິທະຍາສາດ ໃນຫົວຂໍ້ ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານ ວຽກງານພະນັກງານ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 24 ມິຖຸນາ 2022 ຢູ່ໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ແຂວງບໍລິຄຳໄຊ, ເປັນກຽດເຂົ້າຮ່ວມຂອງທ່ານ ປອ ຄຳມອນ ຈັດທະຈິດ ຮອງປະທານສະພາວິທະຍາສາດ ຫົວໜ້າກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ທ່ານ ວົງສີ ທອງສີ ອິນທິປັນຍາ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ທ່ານ ພູເຂົາເງິນ ອິນທະວົງ ກຳມະການພັກແຂວງ ຫົວໜ້າໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງ, ມີຄູອາຈານຈາກສະຖາບັນການເມືອງແຫ່ງຊາດ, ແຂວງ, ຄະນະຮັບຜິດຊອບຂຽນບົດເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການລາຍງານສະພາບການກະກຽມຂຽນບົດໂຄງຮ່າງ ວ່າ: ພາຍຫຼັງໄດ້ຮັບຂໍ້ຕົກລົງ ໂຮງຮຽນການເມືອງ ແລະ ການປົກຄອງແຂວງບໍລິຄໍາໄຊ ກໍ່ໄດ້ຈັດກອງປະຊຸມຄະນະຮັບຜິດຊອບຂຽນບົດວິທະຍາສາດຂຶ້ນ ໂດຍເຊີນບັນດາທ່ານ ທີ່ຢູ່ໃນຂໍ້ຕົກລົງເຂົ້າມາຮ່ວມ ເພື່ອປຶກສາຫາລື ແລະ ວາງແຜນວຽກ, ຂັ້ນຕອນກະກຽມການຂຽນບົດ, ໄດ້ຮ່າງບົດບັນທຶກແບ່ງວຽກ-ແບ່ງຄວາມຮັບຜິດຊອບໃຫ້ກັນ ແລະ ກັນ ຢ່າງຈະແຈ້ງ ໂດຍໄດ້ມອບໃຫ້ຄະນະຮັບຜິດຊອບແຕ່ລະຫົວຂໍ້ ຮ່າງແບບສອບຖາມເກັບກຳຂໍ້ມູນຕົວຈິງ ທີ່ກ່ຽວພັນກັບຫົວຂໍ້ຂອງຕົນ ຈຳນວນທັງໝົດ 8 ແບບສອບຖາມ ຄື: ສ້າງການຫັນປ່ຽນຢ່າງແຂງແຮງດ້ານຈິນຕະນາການ, ຍົກສູງຈັນຍາບັນພະນັກງານໃນໄລຍະໃໝ່, ສ້າງແຜນກຳນົດພະນັກງານ, ບຳລຸງ ແລະ ກໍ່ສ້າງພະນັກງານ ຢ່າງຮອບດ້ານ ເພື່ອຕອບສະໜອງໜ້າທີ່ການເມືອງ ໃນໄລຍະໃໝ່, ເພີ່ມທະວີການເລືອກເຟັ້ນ, ສັບຊ້ອນ, ຈັດວາງພະນັກງານ, ຄຸ້ມຄອງພະນັກງານຕາມທິດທັນສະໄໝ, ເພີ່ມທະວີວຽກງານນະໂຍບາຍພະນັກງານ ແລະ ຍົກສູງວຽກງານກວດກາປະເມີນຜົນພະນັກງານ ຢູ່ແຂວງບໍລິຄຳໄຊ.

ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ກໍ່ໄດ້ຮ່າງໃບສະເໜີຫາຫ້ອງວ່າການແຂວງບໍລິຄໍາໄຊ ເພື່ອອອກແຈ້ງການຫາບັນດາເປົ້າໝາຍພະແນກການພາຍໃນແຂວງ ແລະ ເມືອງປາກຊັນ ເພື່ອລົງເກັບເອົາຂໍ້ມູນວຽກງານ ພະນັກງານຕົວຈິງ, ໃນນັ້ນ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບລົງເກັບກຳຂໍ້ມູນ ໂດຍແບ່ງອອກເປັນ 5 ໜ່ວຍ, ແຕ່ລະໜ່ວຍແມ່ນ ມອບໝາຍໃຫ້ຮັບຜິດຊອບເປັນແຕ່ລະພະແນກການ, ໃນນັ້ນ ໄດ້ກໍານົດວັນເວລາລົງເກັບກຳຂໍ້ມູນໃນວັນດຽວກັນ ແລະ ນຳເອົາແບບສອບຖາມທັງໝົດລົງໄປນຳ, ໄດ້ເຮັດບົດບັນທຶກລົງເກັບກຳຂໍ້ມູນຮ່ວມກັນກັບພາກສ່ວນທີ່ຕົນເອງຮັບຜິດຊອບ ເພື່ອກຳນົດຄວາມຮັບຜິດຊອບຮ່ວມກັນ ແລະ ວັນເວລາສົ່ງຮ່າງແບບສອບຖາມເຊິ່ງກໍໄດ້ຮັບການຮ່ວມມືຈາກພາກສ່ວນກ່ຽວຂ້ອງເປັນຢ່າງດີ, ພາຍຫຼັງ ໄດ້ເກັບກຳສັງລວມ ເອົາແບບຟອມມາທັງໝົດແລ້ວ ກໍໄດ້ແບ່ງແບບຟອມສອບຖາມດັ່ງກ່າວໃຫ້ຄະນະຮັບຜິດຊອບແຕ່ລະໜ່ວຍ ໄປສັງລວມເອົາຄຳຄິດ – ຄຳເຫັນ, ຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງວຽກງານພະນັກງານຈາກແບບສອບຖາມນັ້ນ ແລ້ວປຶກສາຫາລືກັນສ້າງເປັນໂຄງຮ່າງບົດວິທະຍາສາດຂື້ນຕາມແຕ່ລະຫົວຂໍ້ທີ່ຕົນຮັບຜິດຊອບ.

About admins16