ປກສ ເມືອງບໍລິຄັນ ສະຫຼຸບວຽກງານວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະທີ່ I

  ໃນວັນທີ່ 22 ມີຖຸນາ 2022 ກອງບັນຊາການ ປກສ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ເປີດກອງປະຊຸມ ສະຫຼຸບວຽກງານການຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຂື້ນ ໂດຍການເປັນປະທານຂອງທ່ານ ວັນເລີນ ປຸ້ຍໄມນີ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງບໍລິຄັນ, ເປັນກຽດເຂົ້າຮ່ວມຂອງທ່ານ ພັອ ກົງຈັນ ໄຊປັນຍາ ກຳມະການພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ, ມີຄະນະຮັບຜິດຊອບຂອງເມືອງ, ຫົວໜ້າ ປກສ ກຸ່ມ 06 ກຸ່ມ ຕະລອດຮອດ ເລຂາພັກບ້ານ 11 ບ້ານເຂົ້າຮ່ວມ.

ເລີ່ມແຕ່ວັນທີ່ 01 ກັນຍາ 2021 ຫາວັນທີ່ 22 ມີຖຸນາ 2022, ຄະນະຮັບຜິດຊອບໄດ້ນຳເອົາເອກະສານທີ່ສຳຄັນລົງເຜີຍແຜ່, ເຊື່ອມຊືມ ໃຫ້ການຈັດຕັ້ງບ້ານ, ພໍ່ແມ່ຜູ້ປົກຄອງ, ຊາວໝຸ່ມ, ເຍົາວະຊົນ, ນັກຮຽນ, ນັກສືກສາ ແລະ ບັນດາເປົ້າໝາຍ ຮັບຮູ້ເຂົ້າໃຈ ຕໍ່ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ, ໂດຍສະເພາະແມ່ນໄດ້ລົງໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດຢູ່ບັນດາບ້ານ, ວິທະຍາໄລ ແລະ ໂຮງຮຽນ ໄດ້ຈຳນວນ  07 ຄັ້ງ, ມີຜູ້ເຂົ້າຮ່ວມຮັບຟັງ 4.157 ຄົນ,ຍີງ 1.170 ຄົນ, ສ່ວນບາດກ້າວການຈັດຕັ້ງປະຕິບັດ ທົ່ວເມືອງບໍລິຄັນ ມີ 44 ບ້ານ, ສາມາດຜັນຂະຫຍາຍໄດ້ສໍາເລັດ 44 ບ້ານ, ພວມສຶບຕໍ່ປະຕິບັດ ກວດກາຄືນ ໄດ້ 14 ບ້ານ, ມີເປົ້າໝາຍພົວພັນຢາເສບຕິດ 606 ຄົນ, ຍີງ 17 ຄົນ, ເປົ້າຫມາຍຄ້າຂາຍຢາເສບຕິດ 103 ຄົນ, ຍີງ 09 ຄົນ, ເປົ້າໝາຍເສບ 503 ຄົນ, ຍີງ 08 ຄົນ, ຜ່ານການກວດກາ ມ້າງເປົ້າໝາຍ 14 ບ້ານເຫັນວ່າເປົ້າໝາຍຂາຍຫລຸດລົງ 69 ຄົນ, ຍີງ 07 ຄົນ, ເປົ້າໝາຍເສບ ຫລຸດລົງ 19 ຄົນ, ຍີງ 03 ຄົນ, ຜ່ານການສັງລວມ 44 ບ້ານທົ່ວເມືອງຈາກ 1.932 ຄົນ, ຍີງ 40 ຄົນ, ຍັງເຫຼືອເປົ້າໝາຍຂາຍ ແລະ ເປົ້າໝາຍເສບ ຕົວຈີງ 1.694 ຄົນ, ຍີງ 38 ຄົນ, ມ້າງລາຍຄະດີໄດ້ 69 ເລື່ອງ, ກັກຜູ້ຖຶກຫາໄດ້ 74 ຄົນ, ຍີງ 03 ຄົນ, ຢຶດຂອງກາງຢາບ້າໄດ້ 24,542 ເມັດ, ຢາຟີ່ນ 5 ກະລາມ, ທາດປະສົມລະເບີດ 3 ກະລາມ, ປືນກ໊ອບ ແລະ ປືນປະດິດ 28 ກະບອກ, ເລົາປືນ 04 ເລົາ, ລູກປືນ 151 ລູກ, ໝໍ້ຊ໋ອດປາຈຳນວນ 02 ເຄື່ອງ, ເງີນກີບ 13.166.000ກີບ, ເງີນບາດໄທ 2.100 ບາດ, ໂທລະສັບ 30 ໜ່ວຍ, ລົດຈັກ 08 ຄັນ ແລະ ມາຮອດປະຈຸບັນນີ້ສາມາດເວົ້າໄດ້ວ່າ ຕົວເລກເປົ້າໝາຍນັ້ນໄດ້ມີທ່າຫຼຸດລົງ.

About admin11