ໜຶ່ງດວງໃຈ ສະຫຼຸບວຽກງານ 3 ເດືອນ

ກອງປະຊຸມສະຫຼຸບການເຄື່ອນໄຫວ ວຽກງານກອງທຶນ ໜຶ່ງດວງໃຈບໍລິຄຳໄຊ ຊ່ວຍເຫຼືອສັງຄົມ 3 ເດືອນ (4, 5, 6) ໄດ້ຈັດຂຶ້ນໃນວັນທີ 24 ມິຖຸນາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ນາງ ແອງ ໄຊສົງຄາມ ປະທານກອງທຶນ, ມີສະມາຊິກພາຍໃນກອງທຶນ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມ.

ໃນໄລຍະ 3 ເດືອນຜ່ານມາ ກອງທຶນໜຶ່ງດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມ ໄດ້ຮັບການຊ່ວຍເຫຼືອຈາກພາກສ່ວນຕ່າງໆໃນສັງຄົມ ລວມທັງໝົດ 120.000.000 ກີບ, ໄດ້ເຄື່ອນໄຫວປະກອບສ່ວນຊ່ວຍເຫຼືອສັງຄົມຢ່າງຕໍ່ເນື່ອງ ເປັນຕົ້ນແມ່ນໄດ້ມອບວັດສະດຸກໍ່ສ້າງໃຫ້ຄອບຄົວຜູ້ປະສົບອັກຄີໄຟ 2 ຄອບຄົວ ຢູ່ເມືອງວຽງທອງ ລວມມູນຄ່າທັງໝົດ 12 ລ້ານກີບ, ພ້ອມນັ້ນໄດ້ຍັງມອບເຂົ້າສານ ແລະ ເຄື່ອງນຸ່ງຮົ່ມຈໍານວນໜຶ່ງ, ມອບຜ້າອັດປາກອານາໄມ 5 ແກັດ ມູນຄ່າ 12 ກວ່າກີບ ໃຫ້ໂຮງໝໍແຂວງບໍລິຄຳໄຊ ແລະ ຊ່ວຍຊຸກຍູ້ວັນເດັກນ້ອຍສາກົນ.

ສຳລັບທິດທາງແຜນການໃນຕໍ່ໜ້າ ຈະໄດ້ສືບຕໍ່ລະດົມທຶນ ຈາກທຸກພາກສ່ວນໃນສັງຄົມ, ລົງຕິດຕາມ ແລະ ເກັບກຳຂໍ້ມູນ ໃນການຊ່ວຍເຫຼືອ ແລະ ພັດທະນາ ຂົງເຂດສຶກສາ, ສາທາ ແລະ ຂົງເຂດອື່ນໆ, ລົງມອບເຮືອນ “ ສາຍໃຈ ” ໃຫ້ພະນັກງານບໍານານທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ ຢູ່ເມືອງຄຳເກີດ.

About admins14