ໂບກມືອຳລາ ແລະ ອາໄລຮັກ ສະຫາຍຮ່ວມຮົບໃນຂູມຄອງດຽວກັນ ທີ່ເສຍຊີວິດໃນປາງສົງຄາມ ໃນລາວ

ດ້ວຍຄວາມອາໄລຮັກ ຕໍ່ດວງວິນຍານຂອງສະຫາຍທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ສະຫາຍຮ່ວມຂູມຄອງສູ້ຮົບ ທີ່ເສຍຊີວິດ ໃນປາງສົງຄາມຕໍ່ສູ້ກູ້ຊາດ ປົດແອກຈາກການປົກຄອງຂອງລ່າງເມືອງຂືນ ແບບເກົ່າ ແລະ ໃໝ່ ໃນ ສປປ ລາວ

ໃນຕອນເຊົ້າຂອງວັນທີ 16 ພຶດສະພາ 2022 ຢູ່ສະໂມສອນໃຫຍ່ຂອງແຂວງບໍລິຄໍາໄຊ ແລະ ສອງຟາກທາງເລກ 4 ບີ ແລະ ເສັ້ນທາງເລກທີ 13 ໃຕ້ ໃນຕົວເມືອງປາກຊັນ ການນຳແຂວງບໍລິຄຳໄຊ ພ້ອມດ້ວຍພະນັກງານ, ລັດຖະກອນ, ປະຊາຊົນບັນດາເຜົ່າ ໄດ້ຈັດພິທີນຳສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ ສປປ ລາວ ຂຶ້ນຢ່າງເປັນທາງການ ເຊີ່ງນຳໂດຍ ທ່ານ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງບໍລິຄຳໄຊ.

ໃນທ່າມກາງບັນຍາກາດຂະບວນນຳສົງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ ສປປ ລາວ ຈຳນວນ 11 ອັດຖິ ໃນນັ້ນຂຸດຄົ້ນໄດ້ຈາກແຂວງບໍລິຄຳໄຊ 9 ຮ່າງ ແລະ ນະຄອນຫຼວງວຽງຈັນ 2 ຮ່າງ, ໄດ້ເຄື່ອນອອກຈາກສະໂມສອນໃຫຍ່ແຂວງບໍລິຄຳໄຊ ໃນເວລາ 6:00 ໂມງ, ເຊີ່ງຕາງໜ້າໃຫ້ກັບການນໍາຂອງແຂວງບໍລິຄຳໄຊ ຮ່ວມນໍາຂະບວນເຄືອນຍ້າຍອັດຖິໃນຄັ້ງນີ້ໂດຍແມ່ນ ທ່ານ ຄໍາແຫວນ ປັນຍານຸງວົງ ຮອງເຈົ້າແຂວງ, ຮອງຫົວໜ້າຄະນະປະຕິບັດງານພິເສດ ແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ ເພື່ອນຳສົ່ງໄປແຂວງຮ່າຕິ່ງ ສສ ຫວຽດນາມ ທີ່ເປັນບ້ານເກີດເມືອງນອນຂອງສະຫາຍທີ່ເສຍຊິວິດເປັນເວລາຫຼາຍປີ ເພື່ອພາລະກິດການປະຕິວັດຕ້ານຈັກກະພັດຜູ້ຮຸກຮານ.

ເຖິງຈະມີຝົນຕົກລີນຢ່າງບໍ່ຂາດສາຍ ແຕ່ຕະຫຼອດເສັ້ນທາງຂອງຂະບວນນຳສົງອັດຖິໃນຄັ້ງນີ້ ເຕັມໄປດ້ວຍມວນຊົນຊາວແຂວງບໍລິຄຳໄຊ, ພະນັກງານ, ທະຫານ-ຕຳຫຼວດ, ປະຊາຊົນ ຕະຫຼອດຮອດນັກຮຽນນັກສຶກສາ ຢືນຢູ່ຕາມເສັ້ນທາງ ເພື່ອສະແດງຄວາມເຄົາລົບ ແລະ ຮູ້ບຸນຄຸນ ເຖີງດວງວິນຍານຂອງພວກທ່ານ ທີ່ສຸມທຸກສະຕິ, ເຫື່ອແຮງ ແລະ ເສຍສະລະຊີວິດເລືອດເນື້ອ ເພື່ອການປະຕິວັດຊາດປະຊາທິປະໄຕ ເພາະ ວ່າໃນສະໄໝສົງຄວາມຕໍ່ສູ້ກູ້ຊາດ, ສອງຊາດລາວ-ຫວຽດນາມ ແມ່ນຕົກຢູ່ໃນສະຕາກຳ ຕໍ່ສູ້ກັບສັດຕູດຽວກັນ ເພື່ອການປະຕິວັດຊາດ ປະຊາທິປະໄຕ ຍາມໃດສອງຊາດລາວ-ຫວຽດນາມ ອ້າຍນ້ອງ ກໍ່ມີຄວາມສາມັກຄີ ຊ່ວຍເຫຼືອເຊີ່ງກັນແລະກັນ ເໝືອນອ້າຍນ້ອງໃນສາຍເລືອດດຽວກັນ, ເຂົ້າເມັດຫັກ, ຜັກເສັ້ນໜື່ງກໍ່ແບງປັນກັນກິນ, ທຸກສະໜາມຮົບ ພວກເຮົາຕ້ອງໄດ້ຄຽງບ່າຄຽງໄຫຼ່ກັນຕໍ່ສູ້ ເພື່ອຕໍ່ສູ້ກອບກູ້ເອົາອະທິປະໄຕ ໃນແຜ່ນດິນອັນຄົບຖ້ວນ ຈາກການຮຸກຮານຂອງຈັກກະພັດສອງໂຕໃຫຍ່ ທັງເກົ່າແລະໃໝ່.

          ດວງວິນຍານ ສະຫາຍທີ່ຮ່ວມຂຸມຄອງຮົບທີ່ຮັກແພງ. ພວກເຮົາ ການນຳພັກ – ລັດຖະບານ ກໍ່ຄືການນຳແຂວງບໍລິຄຳໄຊ ແລະ ປະຊາຊົນລາວບັນດາເຜົ່າ ຂໍສະແດງຄວາມຮູ້ບຸນຄຸນ ເຖີງດວງວິນຍານພວກສະຫາຍ ທີ່ໄດ້ເສຍສະຫຼະຊີວິດ ໃນການເຮັດພັນທະສາກົນ ຮ່ວມຂຸມຄອງສູ້ຮົບກັບອ້ານນ້ອງທະຫານ ແລະ ປະຊາຊົນລາວ ໃນສະໄໝສົງຄາມ.

       ພວກເຮົາຂໍອວຍພອນໃຫ້ດວງວິນຍານຂອງທ່ານ ຈົ່ງເດີນທາງດ້ວຍສະຫວັດດີພາບ ກັບຄືນສູ່ອ້ອມກອດຂອງພໍ່ແມ່ອ້າຍນ້ອງ ແລະ ປະເທດຊາດຂອງພວກສະຫາຍດ້ວຍຄວາມອົບອຸ່ນ, ອີກເທື່ອໜື່ງພວກເຮົາຂໍປະຕິຍານວ່າ: ຈະຮັກສາມິດຕະພາບ ແລະ ສາຍພົວພັນແບບພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໄວ້ໃຫ້ໝັ້ນຄົງທະນົງແກ່ນ, ພ້ອມທັງເສີມສ້າງພົວພັນມິດຕະພາບນີ້ສືບຕໍ່ໃຫ້ໜັກແໜ້ນ ແລະ ຈະເລີນງອກງາມຂື້ນໄປເລື້ອຍ ຕາມຈຸດປະສົງ ຂອງສອງບັນພະບູລຸດເຮົາສ້າງໄວ້.

About admins14