ປກສ ເມືອງວຽງທອງ ເຊື່ອມຊືມເນື້ອໃນກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດ ປີ 2021

ຕອນເຊົ້າຂອງວັນທີ 12 ພຶດສະພາ 2022 ປກສ ເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊືມເອກະສານຄື: ສູ້ຊົນຈັດຕັ້ງປະຕິບັດວຽກງານຈຸດສຸມຂອງກອງປະຊຸມຄົບຄະນະບໍລິຫານງານພັກແຂວງຄັ້ງທີ 6 ສະໄໝທີ່ VII ໃຫ້ປະກົດຜົນເປັນຈິງ, ບົດຈັດຕັ້ງປະຕິບັດເນື້ອໃນມະຕິກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດປະຈໍາປີ 2021 ພາຍໃຕ້ຄໍາຂັວນ( ສ້າງການຫັນປ່ຽນຢ່າງແຂງແຮງວຽກງານໂຄສະນາອົບຮົມໄປສູ່ຄຸນນະພາບໃໝ່) ແລະ ບົດໂອ້ລົມຂອງສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ຕໍ່ກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດປະຈໍາປີ 2021 ໂດຍເປັນກຽດເຂົ້າຮ່ວມເຜີຍແຜ່ຂອງ ທ່ານ ພັທ ຈອນ ອຸດລາຍັນ ກໍາມະການພັກເມືອງ, ຫົວໜ້າກອງບັນຊາການ ປກສ ເມືອງ, ມີຄະນະພັກ, ຄະນະບັນຊາ, ສະມາຊິກພັກພາຍໃນກົມກອງເຂົ້າຮ່ວມ.

ຈຸດປະສົງໃນການເຊື່ອມຊືມຄັ້ງນີ້ກໍ່ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານເຂົ້າໃຈຈະແຈ້ງຕໍ່ເນື້ອໃນເອກະສານແລ້ວນຳມາຜັນຂະຫຍາຍໃຫ້ເປັນແຜນວຽກອັນລະອຽດເລິກເຊີ່ງໃນການຈັດຕັ້ງປະຕິບັດຄວາມຮັບຜິດຊອບໃນຖັນແຖວພະນັກງານໃນໄລຍະໃໝ່ໃຫ້ໄດ້ຮັບປະສິດທິຜົນສູງ.​ ໃນພິທີໄດ້ມີການປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດພາຍໃນກົມກອງ ຊັ້ນ ຮຕ ຂຶ້ນ ຮທ 7 ສະຫາຍ, ຊັ້ນ ວທ ຂຶ້ນ ຮຕ 1 ສະຫາຍ ແລະ ຊັ້ນ ສທ ຂຶ້ນ ສອ 5 ສະຫາຍ.

About admin11