ສະຫຼຸບການຈັດຕັ້ງປະຕິບັດ ວຽກງານກວດກາບັງຄັບກົດໝາຍ ແລະ ລະບຽບຈະລາຈອນທາງບົກ ຢູ່ເມືອງປາກກະດິງ

 ກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດ ວຽກງານກວດກາບັງຄັບກົດໝາຍ ແລະ ລະບຽບຈະລາຈອນທາງບົກ      ຢູ່ເມືອງ ປາກກະດິງ ແຂວງບໍລິຄໍາໄຊ, ໄດ້ຈັດຂື້ນ ໃນຕອນເຊົ້າ ວັນທີ 12 ພືດສະພາ 2022 ຢູ່ທີ່ຫ້ອງປະຊຸມກອງບັນຊາການ ປກສ ເມືອງປາກກະດິງ, ໂດຍການເປັນປະທານ ຂອງທ່ານ ພັນໂທ ເດດ ມີໄຊ ຄະນະພັກຮາກຖານ ຮອງຫົວໜ້າຫ້ອງຕໍາຫຼວດ, ມີທ່ານ ພັນໂທ ຄໍາໄພ ແສນສົມບັດ ຄະນະພັກຮາກຖານ ຮອງຫົວໜ້າກອງບັນຊາການ ປກສ ເມືອງ, ທ່ານ ພັນໂທ ບຸນມີ ລໍວັນໄຊ ຫົວໜ້າພະແນກຕໍາຫຼວດ ຈະລາຈອນ ປກສ ແຂວງ, ມີຄະນະພະແນກຕໍາຫຼວດ ປກສ ເມືອງ, ພະນັກງານ-ນັກຮົບ ກອງຈາລະຈອນ ປກສ ແຂວງ, ຕໍາຫຼວດຈາລະຈອນ ປກສ ເມືອງ ເຂົ້າຮ່ວມ.

ການຈັດຕັ້ງປະຕິບັດ ວຽກງານກວດກາບັງຄັບກົດໝາຍ ແລະ ລະບຽບຈະລາຈອນທາງບົກ ຢູ່ເມືອງ ປາກກະດິງ ແຂວງ ໃນໄລຍະ 10 ວັນ ເລີ່ມແຕ່ ວັນທີ 27 ເມສາ ຫາ ວັນທີ 09 ພືດສະພາ 2022, ຜ່ານການຈັດຕັ້ງປະຕິບັດຕົວຈິງ, ສາມາດສະຫຼຸບຕີລາຄາ ເຫັນວ່າສະພາບການສັນຈອນ ເມືອງປາກກະດິງ ແມ່ນມີຄວາມສັບສົນພໍສົມຄວນ, ຍ້ອນນັກຂັບຂີ່ຈໍານວນໜື່ງບໍ່ປະຕິບັດກົດລະບຽບຈະລາຈອນ, ຂັບຂີ່ລົດໄວເກີນກໍານົດ, ເມົາແລ້ວຂັບຂີ່ລົດ,             ຂາດມາລະຍາດໃນການຂັບຂີ່ລົດ, ດັດແປງສະພາບເຕັກນິກລົດ, ຈອດລົດຊະຊາຍ, ຂັບລົດທີ່ບໍ່ມີໄຟຕາເຍືອງທາງ, ຂັບລົດເປັນພືງເປັນແພ, ແຕ່ງທໍ່ດັງລົບກວນຊາວບ້ານ  ເປັນສາເຫດທີ່ພາໃຫ້ເກີດອຸປະຕິເຫດ.  ສໍາລັບການຈັດຕັ້ງປະຕິບັດ ໄດ້ສຸມໃສ່ວຽກງານໂຄສະນາ ໂດຍໄດ້ນໍາເອົາບັນດາກົດລະບຽບຈະລາຈອນ, ຂໍ້ຫ້າມ ແລະ ລະບຽບການປັບໃໝຕໍ່ຜູ້ລະເມີດ ແລະ ເອກະສານທີ່ສໍາຄັນຕ່າງໆ  ລົງໂຄສະນາເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນ, ນັກທຸລະກິດ, ນັກຮຽນ, ນັກສືກສາ, ໃນນັ້ນໄດ້ລົງໂຄສະນາຢູ່ 02 ບ້ານ ແລະ  03 ໂຮງຮຽນຄື:  ບ້ານ ນາເຄືອໃນ, ບ້ານ ຫ້ວຍໄຮ ແລະ  ໂຮງຮຽນ ມໍຕົ້ນ ບ້ານນ້ຳທອນ, ໂຮງຮຽນ ມໍຕົ້ນ ທົ່ງນາມີ, ໂຮງຮຽນ ມ.ສ ວຽງຄໍາ ມີຜູ້ເຂົ້າຮ່ວມ ທັງໝົດ 807 ຄົນ, ຍິງ 407 ຄົນ.  ວຽກງານກວດກາຄວາມເປັນລະບຽບຮຽບຮ້ອຍທາງຫຼວງ ໄດ້ລົງຕັ້ງຈຸດກວດກາ ຕາມເສັ້ນທາງເລກທີ 13 ໃຕ້ ແລະ ຈຸດທີ່ມີຄວາມສ່ຽງຈະເກີດອຸປະຕິເຫດ ໄດ້ 10 ຄັ້ງ, ກວດກາລົດໄດ້ທັງໝົດ 523 ຄັນ, ພົບເຫັນລົດທີ່ລ່ວງລະເມີດ 157 ຄັນ, ຂຽນບີນປັບໃໝ 35 ໃບ, ລວມເປັນເງີນ 2.540.000 ກີບ, ໃນນັ້ນຮູບການລ່ວງລະເມີດ ແລະ ປັບໃໝ  ຍ້ອນບໍ່ມີໃບອະນຸຍາດຂັບຂີ່ 25 ຄັນ, ບໍ່ຖືເອກະສານລົດ 04 ຄັນ, ບໍ່ກວດກາເຕັກນິກ 13 ຄັນ, ບໍ່ເສຍຄ່າທາງ 83 ຄັນ, ບໍ່ມີໃບອະນຸຍາດແລ່ນລົດ 02 ຄັນ, ບໍ່ມີອາກອນ ແລະ ທະບຽນວິສາຫະກິດ 08 ຄັນ, ບໍ່ມີປະກັນໄພ 02 ຄັນ ແລະ ສືກສາອົບຮົມ 20 ຄັນ,

         ວຽກງານເສຍຄ່າທາງ ໄດ້ປຸກລະດົມໃຫ້ຜູ້ຂັບຂີ່, ຜູ້ໃຊ້ລົດໃຊ້ຖະໜົນ ເສຍຄ່າທາງໄດ້ທັງໝົດ 83 ຄັນ ລວມເປັນເງີນ 24.412.000 ກີບ. ສາມາດກັກລົດຈັກໄດ້ 08 ຄັນ, ລົດທີ່ພົວພັນຢາເສບຕິດ 02 ຄັນ, ກັກຜູ້ຖືກຫາໄດ້ 02 ຄົນ, ຢາບ້າ 10 ເມັດ. ຄົນຮ້າຍລັກມາ 01 ຄັນ, ສະນັບມື 01 ອັນ, ຄ້ອນຕອກເຫຼັກ 01 ອັນ ມອບໃຫ້ ປກສ ເມືອງດໍາເນີນ, ລົດດັດແປງສະພາບເຕັກນິກຢາງນ້ອຍ-ທໍ່ດັງ 04 ຄັນ ສືກສາອົບຮົມ ແລະ ແກ້ໄຂແລ້ວ. ວຽກງານຄະດີ ມີຄະດີອຸປະຕິເຫດເກີດຂື້ນ 02 ເລື່ອງ, ພາຫະນະເປ່ເພ່ 03 ຄັນ, ມີຄົນໄດ້ຮັບເຄາະຮ້າຍ 02 ຄົນ, ເສຍຊີວິດ 02 ຄົນ, ສົ່ງແຂວງດໍາເນີນ 02 ເລື່ອງ, ນອກນັ້ນ ຍັງໄດ້ຍົກໃຫ້ເຫັນ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ  ແລະ ບົດຮຽນທີ່ຖອດຖອນໄດ້. ໂອກາດດຽວກັນບັນດາຜູ້ແທນກອງປະຊຸມກໍ່ໄດ້ພັດປ່ຽນກັນປະກອບຄໍາຄິດຄໍາເຫັນໃສ່ບົດລາຍງານ ເຊີ່ງແຕ່ລະທ່ານກໍ່ໄດ້ຍົກໃຫ້ເຫັນຫຼາຍບັນຫາທີ່ສໍາຄັນ ທີ່ທາງເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ປກສ ແຂວງ ແລະ ປກສ ເມືອງ ທຸກສະຫາຍ ຕ້ອງໄດ້ພ້ອມກັນເອົາໃຈໃສ່ປັບປຸງ, ແກ້ໄຂ  ເພື່ອຫຼີກລ່ຽງບັນຫາຫາງສຽງສັງຄົມ, ການຈົ່ມວ່າຂອງພໍ່ແມ່ປະຊາຊົນ, ຜູ້ໃຊ້ລົດໃຊ້ຖະໜົນ ແລະ ພ້ອມກັນເຮັດສໍາເລັດທຸກໜ້າທີ່ວຽກງານທີ່ພັກລັດ ແລະ ການຈັດຕັງຂັ້ນເທິງມອບໝາຍໃຫ້.

About admin11