ໂຄສະນາການອະນຸລັກປ່າໄມ້ ແລະ ສັດປ່າ ຂອງໂຄງການຍົກຍ້າຍພັນພືດ ແລະ ພັນສັດປ່າ ໃນເຂດປ່າສະຫງວນແຫ່ງຊາດນໍ້າກະດິງ ຢູ່ບ້ານ ຫ້ວຍຫອຍ ແລະ ບ້ານ ທ່າແພ

    ໃນວັນທີ 29-30 ມີນາ 2022 ທີມງານໂຄສະນາການອະນຸລັກປ່າໄມ້ ແລະ ສັດປ່າ ຂອງໂຄງການຍົກຍ້າຍພັນພືດ ແລະ ພັນສັດປ່າ ໃນເຂດປ່າສະຫງວນແຫ່ງຊາດນໍ້າກະດິງ ໄດ້ລົງໂຄສະນາເຜີຍແຜ່ກ່ຽວກັບວຽກງານຄຸ້ມຄອງ, ປົກປັກຮັກສາ, ການພັດທະນາ ແລະ ການນໍາໃຊ້ສັດນໍ້າ, ສັດປ່າ ແລະ ປ່າໄມ້ ຢູ່ບ້ານ ຫ້ວຍຫອຍ ແລະ ບ້ານ ທ່າແພ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ໂດຍການນໍາທີມຂອງທ່ານ ສະໝິງ ແສງພະຈັນ ກອງຄຸ້ມຄອງປ່າສະຫງວນແຫ່ງຊາດແຂວງບໍລິຄໍາໄຊ ພ້ອມດ້ວຍທີມງານຈາກແຂວງ – ເມືອງ, ມີພໍ່ – ແມ່ປະຊາຊົນ ເຂົ້າຮ່ວມ.​

    ໃນການລົງໂຄສະນາເຜີຍແຜ່ຄັ້ງນີ້ ທີມງານໄດ້ນໍາເອົາບັນດານິຕິກໍາ ທີ່ກ່ຽວພັນກັບການອະນະລັກສັດນໍ້າ, ສັດປ່າ ແລະ ປ່າໄມ້ ເປັນຕົ້ນແມ່ນ ກົດໝາຍວ່າດ້ວຍປ່າໄມ້ ສະບັບປັບປຸງ ແລະ ຂໍ້ຕົກລົງຂອງທ່ານເຈົ້າເມືອງວຽງທອງ ວ່າດ້ວຍລະບຽບການຄຸ້ມຄອງພັນພືດ, ພັນໄມ້, ພັນສັດນໍ້າ – ສັດປ່າ ໃນເຂດປ່າສະຫງວນແຫ່ງຊາດນໍ້າກະດິງ ມາເຜີຍແຜ່, ພ້ອມທັງສາທິດ ແລະ ນໍາພາປະຊາຊົນຫຼີ້ນເກມທີ່ກ່ຽວພັນກັບການອະນຸລັກສັດນໍ້າ – ສັດປ່າ ແລະ ປ່າໄມ້, ອະທິບາຍປະເພດສັດຄຸ້ມຄອງ, ສັດຫວງຫ້າມ, ອະທິບາຍຄຸນປະໂຫຍດຂອງສັດປ່າ ແລະ ປ່າໄມ້, ຊີ້ແຈງຜົນກະທົບຈາກການທໍາລາຍປ່າໄມ້.

ຈຸດປະສົງ ກໍ່ເພື່ອເຮັດໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າໄດ້ຮັບຮູ້ເຂົ້າໃຈ ແລ້ວພ້ອມກັນອະນຸລັກປົກປັກຮັກສາໃຫ້ສິ່ງແວດລ້ອມມີຄວາມອຸດົມສົມບູນ, ມີການຂະຫຍາຍຕົວທາງດ້ານຊີວະນາໆພັນ ແລະ ມີຄວາມຍືນຍົງຕະຫຼອດໄປ.

     

 

About admin11