ເມືອງ ວຽງທອງ ເປີດຝຶກອົບຮົມທິດສະດີການເມືອງ – ການປົກຄອງລະບົບ 45 ວັນ ຊຸດທີ V

     ໃນວັນທີ 29 ມີນາ 2022 ທີ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງ ວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດພິທີເປີດຝຶກອົບຮົມທິດສະດີການເມືອງ – ການປົກຄອງ ລະບົບບຳລຸງ 45 ວັນ ຊຸດທີ V ໂດຍການເຂົ້າຮ່ວມເປີດພິທີ ຂອງ ທ່ານ ຄຳມອນ ໄຊພົມມີ ຮອງເລຂາພັກເມືອງ, ທ່ານ ພູເຂົາເງີນ ອີນທະວົງ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ – ການປົກຄອງແຂວງ, ມີຄະນະກຳມະການຮັບຜິດຊອບ, ອາຈານສອນ, ນັກສຳມະນາກອນ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

       ພິທີ ທ່ານ ທອງລິດ ສິດທິອໍາພາ ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຂື້ນຜ່ານບົດລາຍງານ ການກະກຽມ ເປີດບັ້ນຝືກອົບຮົມທິດສະດີການເມືອງ – ການປົກຄອງລະບົບບໍາລຸງ 45 ວັນ ຊຸດທີ V ຂອງເມືອງ ແລະ ເປັນຊຸດທີ 54 ຂອງແຂວງ ປີ 2022 ເຊີ່ງຈະເລີ່ມການຮຽນການສອນແຕ່ວັນທີ 29  ມີນາ 2022 ເປັນຕົ້ນໄປ.

ຊຸດອົບຮົມນີ້  ມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 62 ຄົນ, ຍິງ 12 ຄົນ ຊື່ງເປັນພະນັກງານລັດຖະກອນ 40 ສະຫາຍ, ຍີງ 11 ສະຫາຍ, ມາຈາກຂົງເຂດ ປກຊ – ປກສ 20 ສະຫາຍ, ຍິງ 1 ແລະ ຂົງເຂດລັດວິສາຫະກິດ 2 ສະຫາຍ, ມີອາຈານສອນມາຈາກແຂວງ 1 ສະຫາຍ, ຈາກເມືອງຈຳນວນ 34 ສະຫາຍ, ຍິງ 1 ສະຫາຍ.

ບັນດາທ່ານທີເຂົ້າຮ່ວມໃນຄັ້ງນີ້ ລ້ວນແຕ່ແມ່ນພະນັກງານ, ສະມາຊິກພັກ ທີ່ໄດ້ຜ່ານການຄັດເລືອກຈາກຄະນະໜ່ວຍພັກ, ຄະນະພັກຮາກຖານອ້ອມຂ້າງເມືອງ ໂດຍຈະໄດ້ຮຽນຮູ້ 5 ກຸ່ມວິຊາຮຽນ ລວມມີ 41 ບົດ ມີ 235 ຊົ່ວໂມງ.

 

 

About admin11