ກອງປະຊຸມ ຄົບຄະນະບໍລິຫານງານສະຫະພັນກຳມະບານເມືອງ ໄຊຈຳພອນ ຄັ້ງທີ 4 ສະໄໝທີ III

ໃນວັນທີ 29 ມີນາ 2022 ຢູ່ທີ່ສະໂມສອນຫ້ອງວ່າການ ເມືອງໄຊຈໍາພອນ ແຂວງບໍລິຄຳໄຊ ໄດ້ເປີດກອງປະຊຸມຄົບຄະນະບໍລິຫານງານສະຫະພັນກຳມະບານເມືອງໄຊຈຳພອນ ຄັ້ງທີ 4 ສະໄໝທີ III ຂຶ້ນ ໂດຍການເປັນປະທານຂອງ ທ່ານ ນາງ ອຸໄລວັນ ຈິນດາວົງ ຄະນະບໍລິຫານງານສະຫະພັນກຳມະບານແຂວງ ປະທານສະຫະພັນກຳມະບານເມືອງ ໄຊຈໍາພອນ, ເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນພອນ ເລີດບຸດດີ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນເມືອງ, ມີແຂກຖືກເຊີນ ພ້ອມດ້ວຍພະນັກງານ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ໄມວັນ ໄຊຍະພຸດ ຮອງປະທານສະຫະພັນກໍາມະບານເມືອງ ໄດ້ຂື້ນຜ່ານຮ່າງບົດສະຫຼຸບວຽກງານຮອບດ້ານ ປະຈຳປີ 2021 ແລະ ທິດທາງແຜນການ ປີ 2022 ວ່າ:  ທົ່ວເມືອງ ມີສະມາຊິກກໍາມະບານທັງໝົດ 429 ສະຫາຍ, ຍິງ 156 ສະຫາຍ, ປະກອບມີ 17 ຮາກຖານ ແລະ ມີ 29 ໜ່ວຍ, ໃນນີ້ ມີພະນັກງານກໍາມະບານອາຊີບ 7 ສະຫາຍ, ຍິງ 3 ສະຫາຍ, ສະມາຊິກກໍາມະບານເປັນສະມາຊິກພັກ 185 ສະຫາຍ, ຍິງ 104 ສະຫາຍ, ເປັນສະມາຊິກຊາວໜຸ່ມ 325 ສະຫາຍ, ຍິງ 118 ສະຫາຍ, ເປັນສະມາຊິກແມ່ຍິງ 130 ສະຫາຍ, ເປັນຄະນະປະຈໍາ 7 ສະຫາຍ, ເປັນກໍາມະການພັກເມືອງ 14 ສະຫາຍ, ຍິງ 3 ສະຫາຍ.

1 ປີຜ່ານມາ ສາມາດຂະຫຍາຍອົງການຈັດຕັ້ງກຳມະບານລົງຮອດຮາກຖານ – ທ້ອງຖີ່ນເຂດຫ່າງໄກສອກຫຼີກ ຄື: ສ້າງຕັ້ງຮາກຖານໄດ້ 1 ຮາກຖານ ກຳມະບານກຸ່ມຄ້າຂາຍບ້ານນ້ຳອ້ອນ, ເຂົ້າຮ່ວມການສ້າງຂະບວນການຕ້ອນຮັບວັນສຳຄັນຕ່າງໆຂອງຊາດ ໄດ້ 17 ຄັ້ງ, ລົງມອບເຄື່ອງນຸ່ງຫົ່ມ, ອຸປະກອນການສຶກສາ ແລະ ກິລາ ໃຫ້ 2 ໂຮງຮຽນ ບ້ານໂພນສີ, ບ້ານພຽງດີ ເປັນເງິນຈຳນວນ 16, 590,000 ກີບ, ລະດົມສະມາຊິກກຳມະບານຊ່ວຍເຫຼືອໄພພິບັດນ້ຳຖ້ວມ ແຂວງໄຊຍະບຸລີ ຈຳນວນ 810,000 ກີບ ແລະ ທຶນຊ່ວຍໂຄວິດ – 19 ຈໍານວນ 2,594,000ກີບ.

ຕອນທ້າຍກອງປະຊຸມ ທ່ານ ບຸນພອນ ເລີດບຸດດີ ກໍ່ໄດ້ໃຫ້ທິດຊີ້ນໍາຕໍ່ກອງປະຊຸມ ໂດຍທ່ານໄດ້ເນັ້ນໜັກຕໍ່ວຽກງານການລະດົມທຶນສະມາຊິກກຳມະບານທົ່ວເມືອງ ເຂົ້າໃນການຊ່ວຍປຸກສ້າງເຮືອນຄອບຄົວອານາຖາຢູ່ບ້ານໂພນຄຳ ໂດຍມອບໃຫ້ສະຫະພັນກຳມະບານເມືອງໄຊຈຳພອນ ລົງເກັບກຳຂໍ້ມູນ ເພື່ອສຳຫຼວດສະຖານທີ່ປຸກສ້າງຢ່າງລະອຽດ .

About admin11