ໂຄງການພັດທະນາບ້ານແບບໃໝ່ແຊມາອຶລ – ອູລດົງ ຊ່ວຍເຫຼືອເຮືອນຮົ່ມປູກຜັກ ແລະ ສ້ອມແປງໂຮງຮຽນ ບ້ານຫາງຊິງສະຫວ່າງ

ໃນຕອນບ່າຍຂອງວັນທີ 11 ພະຈິກ 2022 ຢູ່ສະໂມສອນປົກຄອງບ້ານຫາງຊີງສະຫວ່າງ, ເມືອງປາກຊັນ, ແຂວງບໍລິຄຳໄຊ ໄດ້ຈັດພິທີ ມອບ – ຮັບ ເຮືອນຮົ່ມປູກຜັກ ແລະ ການສ້ອມແປງໂຮງຮຽນປະຖົມບ້ານຫາງຊີງສະຫວ່າງ ຈາກໂຄງການພັດທະນາບ້ານແບບໃໝ່ແຊມາອຶລ – ອູລດົງ ສ.ເກົາຫຼີ ໂດຍເປັນກຽດເຂົ້້າຮ່ວມຂອງທ່ານ ໂພຄຳ ຈັນທະສຸກ ຮອງເຈົ້້າເມືອງປາກຊັນ, ທ່ານ ບຸນເພງ ຈັນທະວົງສຸກ, ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄຳໄຊ, ມີ ທ່ານ ຫົ້ງເຈິ່ງໂອ່ ຕາງໜ້າຫ້ອງການແຊມາອຶລ ປະຈຳລາວ ແລະ ທ່ານແຊຢອງຊູ ຫົວໜ້າໂຄງການພັດທະນາບ້ານແບບໃໝ່ ສ.ເກົາຫຼີ, ມີຕາງໜ້າຜູ້ປະສານງານໂຄການ, ພະແນກການ, ຫ້ອງການ, ອໍານາດການປົກຄອງ, ອົງການຈັດຕັ້ງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນ ແລະ ກຸ່ມການຜະລິດກະສິກຳບ້ານຫາງຊີງສະຫວ່າງ ເຂົ້້າຮ່ວມ.

ໃນພິທີ ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດ ການເຄື່ອນໄຫວວຽກງານ ດ້ານການພັດທະນາພື້ນຖານໂຄງການ ປັບປຸງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ແລະ ດ້ານການສຶກສາ ຢູ່ບ້ານຫ່າງຊີງສະຫວ່າງ, ເມືອງປາກຊັນ, ແຂວງບໍລິຄຳໄຊ ໂດຍໄດ້ຮັບການຊ່ວຍເຫຼືອຈາກ ໂຄງການພັດທະນາບ້ານແບບໃໝ່ແຊມາອຶລ – ອູລດົງ ສ.ເກົາຫຼີ ເຊິ່ງມີເຮືອນຮົ່ມທັງໝົດ 14 ຫຼັງ ປະກອບມີ: ນໍ້າບາດານ, ຮົ້ວອ້ອມເຮືອນຮົ່ມ ລວມເປັນມູນຄ່າ: 29.000 ໂດລ່າ ແລະ ທຶນຂອງປະຊາຊົນຮ່ວມສົມທົບ ຈໍານວນ 13.200.000 ກີບ.

 ການປັບປຸງສ້ອມແປງໂຮງຮຽນປະຖົມສົມບູນບ້ານຫາງຊີງສະຫວ່າງ ປະກອບມີ: ກະເບື້ອງ, ເພດານ ແລະ ທາສີ ລວມເປັນມູນຄ່າ 10.000 ໂດລ່າ ແລະ ທຶນຂອງປະຊົນຮ່ວມສົມທົບ ຈຳນວນ 57.800.000 ກີບ, ນອກຈາກການຊ່ວຍເຫຼືອບັນດາກິດຈະກໍານີ້ແລ້ວ, ທາງໂຄງການຍັງມີແຜນໃຫ້ການຊ່ວຍເຫຼືອໃນຫຼາຍດ້ານ, ຫຼາຍກິດຈະກໍາຢູ່ທີ່ເມືອງປາກຊັນ, ແຂວງບໍລິຄໍາໄຊ.

ທ່ານ ແຊຢອງຊູ ຫົວໜ້າໂຄງການພັດທະນາບ້ານແບບໃໝ່ ສ.ເກົາຫຼີ ກ່າວວ່າ: ການຊ່ວຍເຫຼືອ ບັນດາກິດຈະກໍາ ໃນການພັດທະນາພື້ນຖານໂຄງການ ຢູ່ເມືອງປາກຊັນ ແມ່ນເພື່ອພັດທະນາຊີວິດການເປັນຢູ່ຂອງພໍ່ແມ່ນປະຊາຊົນໃຫ້ມີຄວາມເຂັ້ມແຂງ ແລະ ພັດທະນາຄວາມຮູ້ຄວາມສາມາດ ກໍ່ຄືການພັດທະນາການສຶກສາໃຫ້ສູງຂຶ້ນ ກ່າວໄປສູ່ຄວາມຈະເລີນສີວິໄລໃນຕໍ່ໜ້າ, ໂອກາດນີ້, ທ່ານ ໂພຄຳ ຈັນທະສຸກ ຮອງເຈົ້້າເມືອງປາກຊັນ ກໍໄດ້ສະແດງຄວາມຂອບອົກຂອບໃຈມາຍັງໂຄງການພັດທະນາບ້ານແບບໃໝ່ ສ.ເກົາ ຫຼີ ທີ່ໄດ້ໃຫ້ການຊ່ວຍເຫລືອ ພ້ອມທັງກ່າວຮັບເອົາ ບັນດາກິດຈະກໍາຂອງໂຄງການ ເພື່ອໄປຜັນຂະຫຍາຍຈັດຕັ້ງປະຕິບັດ ໃຫ້ມີຜົນສຳເລັດ ແລະ ຈະພ້ອມກັນປົກປັກຮັກສາ, ຄຸ້ມຄອງ ໃຫ້ມີຄວາມຍືນຍົງ, ຍົກສູງຄຸນນະພາບການສຶກສາ ຄຽງຄູ່ກັບການສ້າງສາ ແລະ ພັດທະນາປະເທດຊາດ.

ພາຍຫຼັງສຳເລັດພິທີມອບຮັບ – ເຮືອນຮົ່ມ ແລະ ການສ້ອມແປງໂຮງຮຽນແລ້ວ ອົງການຈັດຕັ້ງບ້ານຫາງຊີງສະຫວ່າງ ໄດ້ຈັດພິທີບາສີສູ່ຂວັນ, ຜູ້ແຂນ, ອວຍພອນອັນປະເສີດ ໃຫ້ຄະນະທີມງານໂຄງການທີ່ໃຫ້ການຊ່ວຍເຫຼືອໃນຄັ້ງນີ້ ແລະ ພ້ອມທັງເຂົ້້າຮ່ວມພິທີເປີດປ້າຍ, ຕັດລິບບິນ ໂຄງການພັດທະນາໝູ່ບ້ານແບບໃໝ່ສາກົນ, ຫຼັງຈາກນັ້ນ, ຄະນະທີມງານໂຄງການກໍ່ໄດ້ຢ້ຽມຢາມເບິ່ງອາຄານຂອງໂຮງຮຽນປະຖົມສົມບູນບ້ານຫາງຊີງສະຫວ່າງ ທີ່ພວມປັບປຸງຕົບແຕ່ງໃຫ້ສຳເລັດຕາມກຳເວລາ ແລະ ສາມາດໃຫ້ຫຼານນ້ອຍເຂົ້້າຮຽນໄດ້ຢ່າງເປັນປົກກະຕິ.

About admins16