ປາກກະດິງ ຈັດງານງານສະແດງ ສິລະປະ – ວັນນະຄະດີ ຂ່ຳນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 47 ປີ

ໃນວັນທີ 11 ພະຈິກ 2022 ຢູ່ສະໂມສອນບ້ານທົ່ງນາມີ ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ສົມທົບກັບບ້ານທົ່ງນາມີ ຈັດງານສະແດງສິລະປະ – ວັນນະຄະດີ ແລະ ປະກວດແຂ່ງຂັນນັກຮ້ອງສຽງດີພາຍໃນບ້ານ ເພື່ອສະເຫຼີມສະຫຼອງຂ່ຳນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 47 ປີ, ເປັນກຽດເຂົ້າຮ່ວມຂອງທ່ານ ພູເຂົາເງິນ ອິນທະວົງ ເຈົ້າເມືອງປາກກະດິງ, ໂດຍມີການນຳຂັ້ນເມືອງ, ແຂກຖືກເຊີນ ພ້ອມດ້ວຍພໍ່ແມ່ປະຊາຊົນ ເຂົ້າຮ່ວມຊົມຮ່ວມເຊຍຢ່າງຫລວງຫລາຍ.

ໃນງານຄັ້ງນີ້ ມີການສະແດງສິລະປະປະກອບສ່ວນ 3 ລາຍການ ຈາກໂຮງຮຽນອະນຸບານ – ປະຖົມ ທົ່ງນາມີ, ສິລະປະຂອງບ້ານ ທີ່ສະແດງໃຫ້ເຫັນເຖີງຄວາມເປັນເອກະລັກຂອງປະຊາຊົນບັນດາເຜົ່າ.

ສຳລັບງານປະກວດແຂ່ງຂັນນັກຮ້ອງສຽງດີ ມີນັກຮ້ອງເຂົ້າຮ່ວມແຂ່ງຂັນທັງໝົດ 16 ຄົນ, ຍິງ 8 ຄົນ, ນັກຮ້ອງແຕ່ລະຄົນຕ່າງກໍ່ມີສຽງມ່ວນ – ອອນຊອນ ທີ່ມີຄວາມເປັນເອກະລັກຂອງຕົນ ເຊິ່ງໄດ້ສ້າງຄວາມເພີ່ງພໍໃຈໃຫ້ແກ່ຄະນະກຳມະການ ພາຍໃຕ້ການຮ່ວມເຊຍຂອງຜູ້ເຂົ້າຊົມ ດ້ວຍບັນຍາກາດເບີກບານມ່ວນຊື່ນ.

ຜ່ານການແຂ່ງຂັນ ສາມາດສະຫຼຸບຜົນການແຂ່ງຂັນໄດ້ ດັ່ງນີ້: ຊະນະເລີດ ນາງ ສົມສະນຸກ ອາຈານ ມໍຕົ້ນທົ່ງນາມີ ດ້ວຍບົດເພງ ( ພົບຮັກທີ່ບໍລິຄຳໄຊ ) ໄດ້ຮັບເງິນສົດ 400.000 ກີບ, ອັບດັບທີ 2 ທ້າວ ຂັນຄຳ ດ້ວຍບົດເພງ ( ສະຫວັນແດນຮັກ ) ໄດ້ຮັບເງິນສົດ 300.000 ກີບ ແລະ ອັນດັບທີ 3 ທ້າວ ແສງເພັດ ອາຈານ ມໍຕົ້ນທົ່ງນາມີ ດ້ວຍບົດເພງ ( ຊີວິດຄູ ) ໄດ້ຮັບເງິນສົດ 200.000 ກີບ.

About admins16