ເຈົ້້າໜ້າທີ່ການຄ້າເມືອງປາກຊັນ ລົງກວດກາສິນຄ້າໝົດອາຍຸການບໍລິໂພກ

ໃນລະຫວ່າງວັນທີ 8 – 11 ພະຈິກ 2022 ເຈົ້້າໜ້າທີ່ຫ້ອງການອຸດສະຫະກຳ ແລະ ການຄ້າເມືອງປາກຊັນ ແຂວງບໍລິຄຳໄຊ ນຳໂດຍ ທ່ານ ວັດທະນາ ສຸກສາຄອນ ຫົວໜ້າໜ່ວຍງານການຄ້າພາຍໃນ ສົມທົບກັບເຈົ້້າໜ້າພະແນກການຄ້າແຂວງ, ຫ້ອງການທີ່ກ່ຽວຂ້ອງຂອງເມືອງ ພ້ອມດ້ວຍທີມງານ ໄດ້ລົງເຄື່ອນໄຫວກວດກາສິນຄ້າອຸປະໂພກ, ບໍລິໂພກ ທີ່ໝົດອາຍຸການ.

ການລົງກວດກາໃນຄັ້ງນີ້ ແມ່ນກວດກາການຕິດສະແຕັມປ້າຍລາຄາສິນຄ້າ, ຊີງຊັ່ງໃຫ້ໄດ້ມາດຕະຖານ ເຊິ່ງໄດ້ລົງເຄື່ອນໄຫວການກວດກາສິນຄ້າ ຢູ່ຕະຫຼາດປາກຊັນໃໝ່, ຕະຫຼາດປາກຊັນເກົ່າ, ຕະຫຼາດນ້ອຍຢູ່ເຂດບ້ານ, ຮ້ານສະດວກຊື້້ ແລະ ຮ້ານຄ້າຂາຍເຄື່ອງຍ່ອຍທົ່ວໄປພາຍໃນເມືອງປາກຊັນ ທີ່ບັນດາພໍ່ຄ້າ, ແມ່ຄ້າຊາວຂາຍ ນຳເຂົ້້າມາຈຳໜ່າຍ ເພື່ອຮັບປະກັນ ແລະ ປົກປ້ອງຜູ້ຊົມໃຊ້ ໃນການຊື້້ສິນຄ້າອຸປະໂພກ, ບໍລິໂພກຕ່າງໆ ບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາ, ກັກຕຸນສິນຄ້າ ລະຫວ່າງຜູ້ຊື້້ ແລະ ຜູ້ຂາຍ ທີ່ມີການເອົາລັດເອົາປຽບ.

ຜ່ານການຈັດຕັ້ງປະຕິບັດຂອງເຈົ້້າໜ້າທີ່ພາກສ່ວນກ່ຽວຂ້ອງ, ຍັງພົບເຫັນສິນຄ້າໝົດອາຍຸການບໍລິໂພກ, ອາຫານທີ່ມີສານປົນເປື້ອນ ແລະ ຜະລິດຕະພັນຕ້ອງຫ້າມ ເຊັ່ນ : ສິນຄ້າໝົດອາຍຸ, ອາຫານທະເລທີ່ມີສານປົນເປື້ອນ, ໄກ່ປອກ, ສິ້ນສ່ວນສັດທີ່ຫ້າມນໍາເຂົ້້າ ແລະ ຜະລິດຕະພັນອື່ນໆ ຢູ່ຕາມຫ້າງຮ້ານຂາຍເຄື່ອງຍ່ອຍທົ່ວໄປ ເຈົ້າໜ້າທີ່ກ່ຽວຂ້ອງ ຈຶ່ງໄດ້ຍຶດເອົາສິນຄ້າສິນຄ້າໝົດອາຍຸບໍລິໂພກ, ອຸປະໂພກ ພ້ອມທັງໄດ້ສຶກສາອົບຮົມ, ກ່າວເຕື່ອນ, ສ້າງບົດບັນທຶກ ກັບຜູ້ປະກອບການ ແລະ ພໍ່ຄ້າຊາວຂາຍ.

ສ່ວນສິນຄ້າທີ່ໄດ້ຢຶດມານັ້ນ ພາກສ່ວນກ່ຽວຂ້ອງ ຈະໄດ້ເອົາໄປຈັດພິທີທໍາລາຍຖີ້ມ.

About admins16