ໂຄງການປ່າປ້ອງກັນແຫ່ງຊາດນ້ຳມ່ວນ-ນ້ຳຍ້ວງຜ່ານຮ່າງແຜນຄຸ້ມຄອງໄລຍະ 5 ປີ 2021-2025

ໃນວັນທີ 17 ພະຈິກ 2020 ຢູ່ຫ້ອງປະຊຸມຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມປຶກສາຫາລືຜ່ານຮ່າງແຜນຄຸ້ມຄອງປ່າປ້ອງກັນແຫ່ງຊາດນ້ຳມ່ວນ-ນ້ຳຍ້ວງ (ເຂດຍອດນ້ຳມ່ວນ) ໃຫ້ມີຄວາມຍືນຍົງ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຊາຍຄຳ ກຸນນາວົງ ຮອງຫົວໜ້າ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ມີຄະນະກົມປ່າໄມ້, ຄະນະຊິ້ນໍາໂຄງການ,ພາກສ່ວນຄູ່ຮ່ວມງານ, ແລະ ຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ ແລະ ພະນັກງານປ່າປ້ອງກັນ, ປ່າສະຫງວນ, ຊ່ຽວຊານ, ວິຊາການເຂົ້າຮ່ວມ.

ທ່ານຫົວໜ້າໂຄງການ ໄດ້ຂຶ້ນຜ່ານຄວາມຄືບໜ້າໃນການຈັດຕັ້ງວຽກໂຄງການຄຸ້ມຄອງປ່າປ້ອງກັນແຫ່ງຊາດນໍ້າມ່ວນ-ນໍ້າຍ້ວງ ໃນຊຸມປີຜ່ານມາ, ສະພາບລວມການຄຸ້ມຄອງປ່າປ້ອງກັນ ແລະ ຜ່ານຮ່າງແຜນຄຸ້ມຄອງປ່າປ້ອງກັນແຫ່ງຊາດນໍ້າມ່ວນ-ນໍ້າຍ້ວງ(ເຂດຍອດນ້ຳມ່ວນ)ແບບມີສ່ວນຮ່ວມໄລຍະ 5 ປີ ແຕ່ ປີ2021-2025 ໃນເນື້ອທີ່ 97.989 ເຮັກກວມເອົາ 3 ກຸ່ມບ້ານ ມີ 12 ບ້ານ ມີປະຊາກອນທັງໝົດ 9.553 ຄົນ, ຍິງ 4.611 ຄົນພາຍໃນເມືອງວຽງທອງເປັນແຜນການຄຸ້ມຄອງຮ່ວມທີ່ໄດ້ພັດທະນາໂດຍການມີສ່ວນຮ່ວມຂອງທຸກພາກສ່ວນຕ່າງໆ ຈຸດປະສົງຂອງແຜນນີ້ເພື່ອປົກປັກຮັກສາແຫຼງນ້ຳ ແລະ ຄຸນຄ່າດ້ານການອະນຸລັກຊິວະນາໆພັນ ໂດຍເລັ່ງໃສ່ການຄຸ້ມຄອງຮ່ວມໂດຍຊຸມຊົນທ້ອງຖີ່ນເປັນເຈົ້າການຮ່ວມກັບພາກສ່ວນຕ່າງໆ. ກອງປະຊຸມໄດ້ຜັດປ່ຽນກັນຂື້ນປະກອບຄຳຄິດ, ຄຳເຫັນໃສ່ຮ່າງແຜນດັ່ງກ່າວຢ່າງກົງໄປກົງມາ ແລະ ມີຄວາມຮັບຜິດຊອບສູງເພື່ອຈະໄດ້ຮັບຮອງເອົາແຜນດັ່ງກ່າວນີ້ນຳໄປຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດໃນໄລຍະຕໍ່ໄປ.

About admins16