ທາບທາມຮ່າງນະໂຍບາຍ ການສ້ອງແປງ-ປັບປຸງເສັ້ນທາງເລກທີ 13 ໃຕ້

ໃນຕອນເຊົ້າຂອງວັນທີ 17 ພະຈິກ 2020 ຢູ່ທີ່ ບ້ານ ເລົ່າຄາ ເມືອງ ທ່າພະບາດ ແຂວງ ບໍລິຄຳໄຊ ໄດ້ຈັດກອງປະຊຸມທາບທາມຮ່າງນະໂຍບາຍ ແລະ ລາຄາຫົວໜ່ວຍທົດແທນຊັບສິນທີ່ຖືກຜົນກະທົບຈາກໂຄງການສ້ອມແປງ ແລະ ປັບປຸງເສັ້ນທາງຫຼວງແຫ່ງຊາດ 13 ໃຕ້, ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ບຸນເພັງ ຈັນທະວົງສຸກ ຮອງເຈົ້າເມືອງທ່າພະບາດ, ທ່ານ ທອງດອມ ຈັນທະລາ ຮອງພະແນກຄົ້ນຄ້ວາສິ່ງແວດລ້ອມ ແລະ ປ້ອງກັນໄພພິບັດ ແລະ ທ່ານ ບຸນຍອດ ລໍວັນໄຊ ຮອງຫົວໜ້າພະແນກແຜນການ ແລະ ການ ລົງທືນແຂວງ, ມີບັນດາຫົວໜ້າຫ້ອງການ, ພະແນກການທີ່ກ່ຽວຂ້ອງ ແລະ ປະຊາຊົນຜູ້ທີ່ຖືກໄດ້ຮັບຜົນກະທົບເຂົ້າຮ່ວມ.

ໂຄງການສ້ອມແປງ-ປັບປຸງເສັ້ນທາງເລກທີ່ 13 ໃຕ້ ແມ່ນໂຄງການບູລິມະສິດຂອງລັດຖະບານ ຕໍ່ກັບການພັດທະນາພື້ນຖານໂຄງລ່າງ ໂດຍສະເພາະແມ່ນເສັ້ນທາງຫຼວງແຫ່ງຊາດ ເພື່ອໃຫ້ປະຊາຊົນບັນດາເຜົ່າເຂົ້າໃຈຕາມແນວທາງການພັດທະນາຂອງລັດຖະບານ ທີ່ມງານສະເພາະກິດແກ້ໄຂຜົນກະທົບເສັ້ນທາງເລກທີ່ 13 ໃຕ້ ໃນເຂດແຂວງບໍລິຄຳໄຊ ກໍ່ໄດ້ລົງຜ່ານນິຕິກຳ ຫຼື ຂໍ້ກຳນົດກ່ຽວກັບການປັບປຸງ-ສ້ອມແປງເສັ້ນທາງໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຮັບຊາບ ເຊິ່ງເສັ້ນທາງນີ້ຈະຖືກເຂດສິດນຳໃຊ້ທີ່ດິນຂອງລັດ ແລະ ບຸກຄົນ, ສິ່ງປຸກສ້າງ, ຕົ້ນໄມ້ ແລະ ພືດ ຂອງປະຊາຊົນ ໃນກໍລະນີຜູ້ທີ່ໄດ້ຮັບຜົນກະທົບກ່ຽວກັບສິດນຳໃຊ້ຊັບທີ່ດີນ,  ສີ່ງປຸກສ້າງ, ແລະ ຊັບສິນອື່ນໆ ທາງໂຄງການຕ້ອງໄດ້ທົດແທນທັງໝົດ ດ້ວຍມູນຄ່າເປັນເງີນທີ່ຄິດໄລ່ຕາມຫົວໜ່ວຍຂອງລັດທີ່ໄດ້ກຳນົດໄວ້  ດັ່ງນັ້ນ, ທາງທີ່ມງານດັ່ງກ່າວຈື່ງໄດ້ລົງສ້າງຄວາມເຂົ້າໃຈຕໍ່ປະຊາຊົນບ້ານເປົ້າໝາຍໃຫ້ເຂົ້າໃຈຕໍ່ການພັດທະນາ.

About admins16