ເປີດຂະບວນການກໍ່ສ້າງຮາກຖານການເມືອງຕາມມູນເຊື້ອ ປະຈໍາບ້ານຄອນຕ່າວ ແລະ ບ້ານນາໂທ

ໃນຕອນເຊົ້າຂອງວັນທີ 17 ພະຈິກ 2020 ຢູ່ຫ້ອງການບ້ານຄອນຕ່າວ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດຂະບວນການກໍ່ສ້າງຮາກຖານການເມືອງຕາມມູນເຊື້ອ ປະຈໍາບ້ານຄອນຕ່າວ ແລະ ບ້ານນາໂທ ຂອງກອງພັນໃຫຍ່ 621. ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງວຽງທອງ, ມີຄະນະພັກກອງພັນໃຫຍ່ 621, ພະນັກງານກໍ່ສ້າງຮາກຖານ ແລະ ອົງການຈັດຕັ້ງບ້ານຕາມ 5 ໜ່ວຍງານທັງ 2 ບ້ານເຂົ້າຮ່ວມ.

ທ່ານ ພັທ ສຸວັນໄຊ ອິນທະວົງ ຫົວໜ້າຂະແໜງກໍ່ສ້າງຮາກຖານກອງພັນໃຫຍ່ 621 ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກອງພັນໃຫຍ່ 621 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາ-ຄະນະຮັບຜິດຊອບການເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງຂອງກອງພັນໃຫຍ່ 621 ແລະ ຜ່ານແຜນການຈັດຕັ້ງປະຕິບັດວຽກງານຮາກຖານການເມືອງໃນຄັ້ງນີ້. ເຊີ່ງຈະໄດ້ນໍາເອົາບັນດາເອກະສານຕ່າງໆທີ່ເປັນແນວທາງຂອງພັກ-ລັດມາເຊື່ອມຊືມ, ເຜີຍແຜ່ໃຫ້ປະຊາຊົນໄດ້ຮັບຮູ້, ພ້ອມທັງຕິດຕາມກວດກາ, ເກັບກໍາຂໍ້ມູນສະຖິຕິຂອງປະຊາຊົນ, ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆພາຍໃນບ້ານ ແລະ ຂອບເຂດຄວາມຮັບຜິດຊອບຂອງກົມກອງໃຫ້ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ແນໃສເຮັດໃຫ້ປະຊາຊົນມີຄວາມຕື່ນຕົວປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ກາຍເປັນຂອງທົ່ວປວງຊົນ.

About admins16