ແມ່ຍິງແຂວງ ຝຶກອົບຮົມວຽກງານປູກຈິດສຳນຶກ ສຳລັບເດັກ ແລະ ຊາວໜຸ່ມ

ໃນລະຫວ່າງວັນທີ 23 – 25 ມີນາ 2022 ສະຫະພັນແມ່ຍິງແຂວງ ສົມທົບກັບສະຫະພັນແມ່ຍິງເມືອງບໍລິຄັນ ຈັດກອງປະຊຸມຝຶກອົບຮົມ ປູກຈິດສຳນຶກສຳລັບເດັກນ້ອຍ ແລະ ຊາວໜຸ່ມ ກ່ຽວກັບບັນຫາບົດບາດຍິງ – ຊາຍ ຢູ່ໂຮງຮຽນມັດທະຍົມສຶກສາສົມບູນ ບ້ານນາກູນ ແລະ ໂຮງຮຽນມັດທະຍົມສຶກສາສົມບູນ ຜັກເບືອກ ເມືອງບໍລິຄັນ, ເຂົ້າຮ່ວມນຳພາໂດຍ ທ່ານ ນາງ ຄຳໃບ ບໍລິວັນ ຮອງປະທານສະຫະພັນແມ້ຍິງແຂວງ, ມີສະຫະພັນແມ່ຍິງເມືອງ, ອຳນວຍການ, ຄູອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

ເນື້ອໃນເອກະສານນຳມາເຜີຍແຜ່ ມີ: ພາລະບົດບາດ, ສິດ ແລະ ໜ້າທີຂອງສະຫະພັນແມ່ຍິງລາວ, ຄວາມຮູ້ພຶ້ນຖານກ່ຽວກັບຄວາມສະເໝີພາບຍິງ – ຊາຍໃນການມີສ່ວນຮ່ວມ, ຄວາມຮູ້ພື້ນຖານກ່ຽວກັບບົດບາດຍິງ – ຊາຍ, ເນື້ອໃນຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ, ທັກສະຊີວິດສໍາລັບເດັກ ແລະ ໄວໜຸ່ມ ແລະ ການປ້ອງກັນ, ຊ່ວຍເຫຼືອຜູ້ຖຶກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ ແລະ ການຄ້າມະນຸດ.

ນອກນີ້ ຍັງໄດ້ມີກິດຈະກໍາຖາມ – ຕອບຄວາມຮູ້ຮອບຕົວ ກ່ຽວກັບເນື້ອໃນທີ່ນໍາມາເຜີຍແຜ່ໃນຄັ້ງນີ້ ແລະ ຍັງໄດ້ຖາມ – ຕອບກ່ຽວກັບສິ່ງເສບຕິດຈຳນວນໜຶ່ງ, ກິດຈະກຳນີ້ ແມ່ນໄດ້ຮັບການສະໜັບສະໜູນທຶນໂດຍ ລັດຖະບານລາຣຊະອານາຈັກລຸກຊຳບວກ.

About admins14