ບໍລິຄຳໄຊ ເຜີຍແຜ່ກົດໝາຍກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ

ພິທີເຜີຍແຜ່ກົດໝາຍກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 31 ມີນາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງບໍລິຄຳໄຊ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນທາ ຊົງເຢີທ່າວ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຫົວໜ້າ, ຮອງຫົວໜ້າພະແນກ ຈາກກະຊວງຍຸຕິທຳ, ພະແນກຍຸຕິທຳແຂວງບໍລິຄຳໄຊ, ພະນັກງານຫ້ອງການຍຸຕິທຳເມືອງ ພ້ອມດ້ວຍຄະນະຮັບຜິດຊອບ ເຂົ້າຮ່ວມ.

ການຄ້າມະນຸດ ເປັນອາຊະຍາກໍາທີ່ຮ້າຍແຮງທີ່ເກີດຂຶ້ນຢູ່ພາຍໃນ ແລະ ຂ້າມຊາດ, ເປັນອາຊະຍາກຳທີ່ລະເມີດສິດທິພື້ນຖານຂອງຄວາມເປັນມະນຸດຢ່າງຮ້າຍແຮງ ຊຶ່ງສົ່ງຜົນກະທົບໂດຍກົງ ທາງດ້ານຮ່າງກາຍ ແລະ ຈິດໃຈ ຂອງຜູ້ຖືກເຄາະຮ້າຍ ແລະ ຄອບຄົວ, ເປັນປະກົດການຫຍໍ້ທໍ້ໜຶ່ງທີ່ເກີດຂຶ້ນໃນສັງຄົມ ແລະ ສົ່ງຜົນກະທົບຕໍ່ສັງຄົມ ກໍຄືການພັດທະນາສ້າງສາປະເທດຊາດ, ພ້ອມກັນນັ້ນ ການຄ້າມະນຸດ ຍັງເປັນທຸລະກິດທີ່ຜິດກົດໝາຍ ຊຶ່ງມີຜົນກຳໄລມະຫາສານເປັນອັນດັບສອງຂອງໂລກ ຮອງຈາກການຄ້າຂາຍຢາເສບຕິດ ຕາມການຄາດຄະເນຂອງບັນດາອົງການສາກົນທີ່ເຮັດວຽກຕ້ານອາຊະຍາກຳດັ່ງກ່າວ.

ໃນປະຈຸບັນ ມີຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດໃນທົ່ວໂລກຫຼາຍກ່ວາ 40 ລ້ານກວ່າຄົນ, ໃນນີ້ ຜູ້ຍິງ ແລະ ເດັກນ້ອຍແມ່ນກວມເອົາ 71%, ເຂດທີ່ມີຜູ້ຖືກເຄາະຮ້າຍຫຼາຍທີ່ສຸດໃນໂລກ ແມ່ນເຂດພາກພື້ນອາຊີ ແລະ ປາຊີຟິກ ກວມເອົາ 65% ຂອງຈຳນວນ ຜູ້ຖືກເຄາະຮ້າຍໃນທົ່ວໂລກ.

ສໍາລັບ ສປປ ລາວພວກເຮົາ ໃນຊຸມປີທີ່ຜ່ານມາ ການຄ້າມະນຸດພົ້ນເດັ່ນ ແມ່ນດ້ວຍຮູບແບບໄປອອກແຮງງານທີ່ຜິດກົດໝາຍ, ການຂົນຂວາຍເອົາແມ່ຍິງລາວ ໄປກັບຄົນຕ່າງປະເທດດ້ວຍຮູບການໝັ້ນໝາຍ, ແຕ່ງດອງແອບແຝງ ແລະ ອື່ນໆ.

ສະເພາະປີ 2021 ຜ່ານມາ, ອັນພົ້ນເດັ່ນ ແມ່ນການຄ້າມະນຸດໂດຍການຮັບຈ້າງໃຫ້ຖືພາ, ທໍາມິດສະຈານເດັກຍິງ, ເຜີຍແຜ່ພາບສິ່ງລາມົກອານາຈານຜ່ານສື່ສັງຄົມອອນລາຍ ແລະ ອື່ນໆ ເຮັດໃຫ້ແມ່ຍິງລາວ ຕົກເປັນຜູ້ຖືກເຄາະຮ້າຍຈຳນວນຫຼວງຫຼາຍ ຕາມການສະຫຼຸບຂອງເຈົ້າໜ້າທີ່ຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄດ້ເກັບກຳການສະເໜີທີ່ພົວພັນເຖິງການຄ້າມະນຸດ ມີທັງໝົດ 250 ເລື່ອງ, ຜູ້ຖືກຫາ 382 ຄົນ, ຜູ້ຖືກເຄາະຮ້າຍ 269 ຄົນ, ຍິງ 239 ຄົນ.

ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄລຍະ III (2021 – 2025) ຈຶ່ງມີຄວາມຈໍາເປັນຕ້ອງສ້າງຄວາມເຂັ້ມແຂງໃຫ້ພະນັກງານທີ່ຮັບຜິດຊອບວຽກງານດັ່ງກ່າວ ເພື່ອສືບຕໍ່ຈັດຕັ້ງປະຕິບັດ ດ້ວຍການສ້າງ ຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ຕິດພັນກັບການຍົກລະດັບຄວາມຮູ້ທາງດ້ານວິຊາການ ແລະ ຄວາມສາມາດຈັດຕັ້ງປະຕິບັດຕົວຈິງ ໂດຍມີການກໍານົດຈຸດປະສົງ, ກິດຈະກຳງວຽກງານ ແລະ ຄາດໝາຍສູ້ຊົນ ຢ່າງມີຈຸດສຸມໃນແຕ່ລະໄລຍະ.

ການເຜີຍແຜ່ກົດໝາຍດັ່ງກ່າວນີ້ ຈະໄດ້ດຳເນີນໄປເປັນເວລາ 2 ວັນ ແລະ ຜູ້ເຂົ້າຮ່ວມຈະໄດ້ຮັບຟັງບັນດາເນື້ອໃນ ແລະ ລະບຽບການທີ່ກ່ຽວຂ້ອງກັບການຄ້າມະນຸດ ໂດຍສະເພາະ ການສ້າງ, ປັບປຸງ ແລະ ການປະກອບຄຳເຫັນໃສ່ນິຕິກຳ, ການໂຄສະນາເຜີຍແຜ່ກົດໝາຍ, ການແຕ່ງດອງແອບແຝງ ແລະ ການເອົາເດັກໄປເປັນລູກລ້ຽງແອບແຝງ, ການກຳນົດຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ, ການຊ່ວຍເຫຼືອດ້ານກົດໝາຍແກ່ຜູ້ເຄາະຮ້າຍ, ການຈັດຕັ້ງປະຕິບັດຄຳຕັດສິນຂອງສານໃນຄະດີຄ້າມະນຸດ, ການຮ່ວມມື ແລະ ວຽກງານຕ້ານການຄ້າມະນຸດຂອງຂະແໜງຍຸຕິທຳ.

About admins16