ບໍລິຄຳໄຊ ສຸມໃສ່ກຽມຄວາມພ້ອມຮັບມືໄພພິບັດ

ກອງປະຊຸມວຽກງານຄຸ້ມຄອງໄພພິບັດ ປະຈຳປີ 2021 ໄດ້ຈັດຂຶ້ນໃນວັນທີ 30 ມີນາ 2022 ເປັນປະທານໂດຍ ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ ປະທານຄະນະກຳມະການຄຸ້ມຄອງໄພພິບັດແຂວງ, ມີຄະນະກຳມະການ ແລະ ຄະນະກອງເລຂາ ຄະນະກຳມະການຄຸ້ມຄອງໄພພິບັດແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນໄລຍະຜ່ານມາ ຄະນະກຳມະການຄຸ້ມຄອງໄພພິບັດທຸກຂັ້ນ ໄດ້ສຸມໃສຫຼາຍວຽກງານສຳຄັນ ວຽກງານປ້ອງກັນ ແລະ ກຽມພ້ອມຕ້ອບໂຕ້ໄພພິບັດ ແລະ ວຽກຟື້ນຟູຫຼັງໄພພິບັດ, ໃນປີ 2021 ມີໄພພິບັດເກີດຂຶ້ນ 21 ຄັ້ງ ເປັນຕົ້ນແມ່ນນໍ້າຖ້ວມ, ພາຍຸພັດ, ໄຟໄໝ້ ແລະ ສັດຕູພືດທຳລາຍຜົນລະປູກ, ມີ 7 ເມືອງ, 118 ຄອບຄົວ ໄດ້ຮັບຜົນກະທົບ, ພ້ອມທັງສ້າງຄວາມເສຍຫາຍຕໍ່ຂະແໜງສັງຄົມ, ຂະແໜງກະສິກຳ, ພື້ນຖານໂຄງລ່າງ ມູນຄ່າຄວາມເສຍຫາຍ 21 ຕື້ກວ່າກີບ.

ສໍາລັບວຽກຟື້ນຟູຫຼັງໄພພິບັດ ໄດ້ລົງມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ແກ່ 7 ເມືອງ ມີເຄື່ອງນຸ່ງຫົມ 327 ແກັດ, ເຄື່ອງມືສອງ 259 ເປົາ, ເກືອກິນ 70 ເປົາ, ຖັງນໍ້າ 49 ຖັງ, ບ່ວງ-ຊ້ອມ 49 ກັບ, ເຂົ້າສານໜຽວ 35 ພັນກິໂລ ແລະ ມອບເງິນຊ່ວຍເຫຼືອຄອບຄົວປະສົບໄພພິບັດ 6 ລ້ານກວ່າກີບ, ນໍາກໍາລັງກອງບັນຊາການທະຫານແຂວງ 230 ແຮງງານ, ລົດ 5 ຄັນ ລົງປົວແປງສະຖານທີ່ໄດ້ຮັບຜົນກະທົບຈາກໄພພິບັດ 6 ບ່ອນ, ປຸກເຮືອນ 16 ຫຼັງ, ພ້ອມນັ້ນ ຍັງໄດ້ລົງຕິດຕາມຄຸ້ມຄໄພພິບັດຢູ່ຂັ້ນເມືອງ ແລະ ບ້ານ, ກໍ່ສ້າງຫ້ອງການອຸຕຸນິຍົມ, ສະຖານີວັດແທກນໍ້າຝົນ ແລະ ວຽກງານອື່ນໆ.

ໃນກອງປະຊຸມ ຍັງໄດ້ມີການສະເໜີແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເປັນຕົ້ນແມ່ນວຽກງານການກະກຽມຄວາມພ້ອມຕ້ອບໂຕໄພພິບັດ, ການເພີ່ມການປະສານສົມທົບລະຫວ່າງພາກສວນກ່ຽວຂ້ອງ, ວຽກງານກອງທຶນ ຄຸ້ມຄອງໄພພິບັດ ແລະ ວຽກງານຟື້ນຟູຫຼັງຳພພິບັດ ທັ້ງນີ້ກໍ່ເພື່ອນຳໄປຈັດຕັ້ງປະຕິບັດບັນດາວຽກງານ ໃຫ້ດີຂຶ້ນໃນຕໍ່ໜ້າ.

About admins14