ເຜີຍແຜ່ເອກະສານລະນຶກວັນສາກົນ ເພື່ອຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ຢູ່ 2 ໂຮງຮຽນ

ໃນວັນທີ 24 ພະຈິກ 2022 ທ່ານ ນາງ ຄຳໃບ ບໍລິວັນ ຮອງປະທານສະຫະພັນແມ່ຍິງແຂວງ ລົງໂຄສະນາເຜີຍແຜ່ ເອກະສານລະນຶກວັນສາກົນເພື່ອຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ ພາຍໃຕ້ຫົວຂໍ້ “ ຮ່ວມກັນ ເຄືອນໄຫວເພື່ອຢຸດການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ” ຢູ່ໂຮງຮຽນມັດທະຍົມສົມບູນສີທານາໄຊ ແລະ ໂຮງຮຽນມັດທະຍົມປາຍປາກຊັນ ເຊິ່ງມີຄະນະອຳນວຍການ, ຄູອາຈານ, ຄະນະຮັບຜິດຊອບ ພ້ອມດ້ວຍນ້ອງນັກຮຽນເຂົ້າຮ່ວມ.

ຈຸດປະສົງ ເພື່ອໃຫ້ຜູ້ເຂົ້າຮ່ວມຮັບຮູ້ ແລະ ເຂົ້າໃຈປະຫວັດຄວາມເປັນມາຂອງຄວາມຮຸນແຮງຕໍ່ແມ່ຍິງ, ສະພາບຄວາມຮຸນແຮງຕໍ່ແມ່ຍິງໃນ ສສປ ລາວ, ປະຫວັດຄວາມເປັນມາຂອງວັນສາກົນ ຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ ແລະ ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ ແລະ ການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ ໂດຍສະເພາະຄວາມຮຸນແຮງຕໍ່ແມ່ຍິງທັງ 4 ດ້ານ ເປັນຕົ້ນ: ຄວາມຮຸນແຮງທາງດ້ານຮ່າງກາຍ, ການທຸບຕີ, ການກັກຂັງ, ການທໍລະມານໃນຮູບການຕ່າງໆ, ຄວາມຮຸນແຮງທາງດ້ານຈິດໃຈ, ຄວາມຮູ້ສຶກ, ການດູໝີ່ນກຽດສັກສີ, ການປ້ອຍດ່າ, ການເມີນເສີຍ ແລະ ການປ່ອຍປະລະເລີຍ ການນອກໃຈ, ຄວາມຮຸນແຮງທາງເພດ ການຂົ່ມຂືນທຳສຳເລົາ ການລ່ວງວະເມິດທາງເພດ, ການລວນລາມທາງເພດ, ຄວາມຮຸນແຮງຕໍ່ຊັບສິນ ຫຼື ເສດຖະກິດ ຄວາມຮຸນແຮງນັ້ນສາມາດເກິດຂຶ້ນໄດ້ຕະຫຼອດເວລາ, ບໍ່ເລຶອກສະຖານທີ່, ຊົນຊັ້ນ ໃນການພົວພັນເຊິ່ງກັນ ແລະ ກັນ ໃນດ້ານຕ່າງໆ.

About admins14