ຄໍາເກີດ ແລະ ປາກກະດິງ ເຜີຍແຜ່ ດຳລັດວ່າດ້ວຍກອງທຶນໄພພິບັດ ແລະ ປະເມີນຮ່າງຂໍ້ຕົກລົງກອງທຶນ ໄພພິບັດຂັ້ນແຂວງ

ກອງປະຊຸມເຜີຍແຜ່ດຳລັດວ່າດ້ວຍກອງທຶນໄພພິບັດ ແລະ ປະເມີນຮ່າງຂໍ້ຕົກລົງກອງທຶນ ໄພພິບັດຂັ້ນແຂວງ ໄດ້ຈັດຂຶ້ນໃນວັນທີ 24 ພະຈິກ 2022 ຢູ່ຫ້ອງປະຊຸມຫ້ອງວ່າການເມືອງຄຳເກີດ ເປັນປະທານໂດຍ ທ່ານ ຜາສຸກ ຈຸມມະລາວົງ ຮອງເຈົ້າເມືອງຄຳເກີດ ແລະ ທ່ານ ດວງຈິດ ວົງພະຈັນ ຫົວໜ້າຂະແໜງຈັດຕັ້ງ ແລະ ກວດກາພະແນກ ແຮງງານ ແລະ ສະຫວັດດີການສັງຄົມ ແຂວງບໍລິຄຳໄຊ, ມີຫ້ອງການ, ກອງບັນຊາການ ປກຊ – ປກສ, 11 ບ້ານເທດສະບານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ຈຸດປະສົງການຈັດກອງປະຊຸມ ແມ່ນເພື່ອປະກອບຄຳຄິດຄຳເຫັນ ໃສ່ຮ່າງຂໍ້ຕົກລົງວ່າດ້ວຍກອງທຶນຄຸ້ມຄອງໄພພິບັດຂັ້ນແຂວງ ເພື່ອເປັນການຄຸ້ມຄອງ ແລະ ນຳໃຊ້ກອງທຶນຄຸ້ມຄອງໄພພິບັດ ເຮັດໃຫ້ຕົກລົງສະບັບນີ້ຄົບຖ້ວນສົມບູນ, ໃນພິທີຄະນະຮັບຜິດຊອບຂັ້ນແຂວງ ໄດ້ຂຶ້ນຜ່ານຮ່າງຂໍ້ຕົກລົງກອງທຶນໄພພິບັດຂັ້ນແຂວງ ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ.

ໂອກາດທີ່ລົງມາເຄື່ອນໄຫວເຮັດວຽກຢູ່ເມືອງຄໍາເກີດ ພະແນກແຮງງານແລະສະຫວັດດີການສັງຄົມແຂວງ ຍັງໄດ້ມອບເຕັ້ນ 2 ຊຸດ ໃຫ້ເມືອງຄຳເກີດ ມູນຄ່າ 16.000.000 ກີບ ເພື່ອຮັບໃຊ້ເຂົ້າໃນເວລາເກີດໄພພິບັດຕ່າງໆ ທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ, ກ່າວມອບໂດຍທ່ານ ດວງຈິດ ວົງພະຈັນ ຫົວໜ້າຂະແໜງຈັດຕັງ ແລະ ກວດກາພະແນກ ແຮງງານສະຫັວດດີການສັວຄົມແຂວງ ແລະ ຮັບໂດຍ ທ່ານ ຜາສຸກ ຈຸນມະລາວົງຮອງ ຮອງເຈົ້າເມືອງຄຳເກີດ.

ໃນວັນດຽວກັນ ຢູ່ຫ້ອງວ່າການ ເມືອງປາກກະດິງ ຍັງໄດ້ມີກອງປະຊຸມທາບທາມຮ່າງນິຕິກຳ ຂໍ້ຕົກລົງກອງທຶນຄຸ້ມຄອງໄພພິບັດ ຂັ້ນແຂວງບໍລິຄຳໄຊ ເປັນປະທານໂດຍ ທ່ານ ອຸດອນ ຄຳພຽນ ຮອງຫົວຫນ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ແລະ ທ່ານ ບຸນຍັງ ອຸ່ນຊຽງໃໝ່ ຮອງເຈົ້າເມືອງປາກກະດິງ ມີຕາງໜ້າຫ້ອງການ, ບໍລິສັດ, ວິສາຫະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງທຶນຄຸ້ມຄອງໄພພິບັດຂັ້ນແຂວງ ແມ່ນກອງທຶນຂອງລັດທີ່ສ້າງຂື້ນເພື່ອລະດົມ ແລະ ສະສົມທືນຈາກແຫຼ່ງຕ່າງໆທັງພາຍໃນ ແລະ ຕ່າງປະເທດ. ແນໃສ່ສະຫນອງທືນໃຫ້ແກ່ການຊ່ວຍເຫຼືອສຸກເສີນ ຜູ້ປະສົບໄພພິບັດຕ່າງໆ ລວມທັງໄພພິບັດທີ່ເກີດຈາກທຳມະຊາດ ແລະ ເກີດຈາກມະນຸດສ້າງຂຶ້ນ, ເຊີ່ງຮ່າງຂໍ້ຕົກລົງມີ 9 ໝວດ, 33 ມາດຕາ.

ໃນໂອກາດດຽວກັນນີ້ພະແນກ ແຮງງານ ແລະ ສະຫວັດດີການສັງຄົມແຂວງບໍລິຄຳໄຊ ຍັງໄດ້ມອບເຕັ້ນຈຳນວນ 2 ຊຸດ ໃຫ້ກັບຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງປາກກະດິງ ເພື່ອນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານໄພພິບັດກໍລະນີສຸກເສີນ.

About admins14