ລົງເຜີຍແຜ່ຂໍ້ມູນ ແລະ ປຸກລະດົມ ສະມາຊິກຊາວໜຸ່ມ-ເຍົາວະຊົນ ເຂົ້າຮ່ວມກິດຈະກຳແຂ່ງຂັນຊີງທຶນການສຶກສາ

ໃນວັນທີ 24 ພະຈິກ 2022 ຢູ່ໂຮງຮຽນມັດທະຍົມສົມບູນປາກງຽບ ຄະນະບໍລິຫານງານຊາວໜຸ່ມ ແຂວງບໍລິຄໍາໄຊ ສົມທົບກັບ ກົມສື່ມວນຊົນໜຸ່ມລາວ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ລົງເຜີຍແຜ່ຂໍ້ມູນ ປຸກລະດົມ ຊາວໜຸ່ມ – ເຍົາວະຊົນ ເຂົ້າຮ່ວມການແຂ່ງຂັນ ສ້າງສື່ໂຄສະນາຜ່ານທາງວິທະຍຸ, ໂທລະພາບ, ຂຽນບົດເລື່ອງສັ້ນ ແລະ ບົດກາບກອນ ເພື່ອຊີງທຶນການສຶກສາ ທີ່ສູນກາງ ຊປປລ ເຂົ້າຮ່ວມໂດຍ ສະຫາຍ ບຸນຍົງ ເພັດວິໄຊ ກຳມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ຮອງຫົວໜ້າກົມສື່ມວນຊົນ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສະຫາຍ ວັນນະສິນ ສອນວິໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ,  ສະຫາຍ ນາງ ຈັນທະຈອນ ວົງນະລາດ ຮອງອໍານວຍການໂຮງຮຽນ ມສ ປາກງຽບ, ຄະນະຊາວໜຸ່ມໂຮງຮຽນ ມສ ປາກງຽບ ພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນໂຮງຮຽນ ເຂົ້າຮ່ວມ.

ໃນການລົງເຄື່ອນໄຫວພົບປະໂອ້ລົມ ແລະ ເຮັດກິດຈະກຳ ຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຈຸດປະສົງໃນຄັ້ງນີ້ ກໍ່ເພື່ອປຸກລະດົມສະມາຊິກຊາວໜຸ່ມ-ເຍົາວະຊົນ ເຂົ້າຮ່ວມການແຂ່ງຂັນໃຫ້ເປັນຂະບວນຟົດຟຶ້ນ ເຊີ່ງເປັນເວທີ ທີ່ສ້າງເງື່ອນໄຂ ແລະ ເປີດໂອກາດໃຫ້ຊາວໜຸ່ມ ໄດ້ເສີມສ້າງທັກສະ, ກ້າສະແດງຄວາມສາມາດ, ພອນສະຫວັນຂອງຕົນ, ຜູ້ທີ່ມັກຮັກໃນການຜະລິດສື່ໂຄສະນາ, ມັກຮັກໃນການຂີດຂຽນ ໄດ້ມີໂອກາດພັດທະນາຕົນເອງ ເຊິ່ງປະກອບມີ 4 ຫົວຂໍ້ແຂ່ງຂັນ ຄື: ແຂ່ງຂັນສ້າງໂຄສະນາທາງວິທະຍຸພາຍໃຕ້ຫົວຂໍ້ “ການແຜ່ລະບາດ ແລະ ວິທີປ້ອງກັນພະຍາດໂຄວິດ-19”, ການແຂ່ງຂັນສ້າງສະຄິບວີດີໂອສັ້ນ ໂຄສະນາຜ່ານທາງໂທລະພາບ ແລະ ສື່ອອນລາຍ ພາຍໃຕ້ຫົວຂໍ້ “ສິດທິເດັກ ແລະ ການເຂົ້າເຖິງຂໍ້ມູນ”,  ແຂ່ງຂັນຂຽນບົດເລື່ອງສັ້ນພາຍໃຕ້ຫົວຂໍ້ “ການດໍາລົງຊີວິດແບບໃໝ່ຂອງຊາວໜຸ່ມ”, ແຂ່ງຂັນຂຽນກາບກອນພາຍໃຕ້ຫົວຂໍ້ “ຜົນກະທົບຈາກການແຜ່ລະບາດຂອງພະ ຍາດໂຄວິດ-19 ຕໍ່ກັບຊາວໜຸ່ມ-ເຍົາວະຊົນ”.

ໃນຕອນທ້າຍ ສະຫາຍ ບຸນຍົງ ເພັດວິໄຊ ຍັງໄດ້ໂອ້ລົມຕໍ່ການເຜີຍແຜ່ຂໍ້ມູນແຂ່ງຂັນສ້າງສື່ໂຄສະນາ, ຜົນດີ ແລະ ຜົນເສຍຂອງການນຳໃຊ້ສື່ອອນລາຍ ພ້ອມທັງໃດ້ເນັ້ນໜັກໃຫ້ສະມາຊິກຊາວໜຸ່ມ-ເຍົາວະຊົນຈົ່ງສະແດງຄວາມສາມາດຂອງຕົນ ເຂົ້າຮ່ວມຂະບວນການແຂ່ງຂັນຊີງທຶນການສຶກສາໃນຄັ້ງນີ້ໃຫ້ເປັນຂະບວນຟົດຟື້ນ.

 

About admins14