ເຜີຍແຜ່ແນະນຳ ການນຳໃຊ້ລະບົບຂໍ້ມູນຂ່າວສານ ຄຸ້ມຄອງເກັບລາຍຮັບສ່ວຍສາອາກອນ ( TaxRIS )

    ໃນວັນທີ 28 ມັງກອນ 2022 ທີ່ຫ້ອງປະຊຸມກອງບັນຊາການ ປກສ ເມືອງວຽງທອງແຂວງ ບໍລິຄຳໄຊ ໄດ້ຈັດກອງປະຊຸມເຜີຍແຜ່ແນະນຳ ເປີດການນໍາໃຊ້ລະບົບຂໍ້ມູນຂ່າວສານຄຸ້ມຄອງເກັບລາຍຮັບສ່ວຍສາອາກອນໃຫ້ແກ່ບັນດາອົງການຈັດຕັ້ງລັດ ແລະ ຫົວໜ່ວຍທຸລະກິດທົ່ວເມືອງ ໂດຍເປັນກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ດວງໃຈ ພົມມີໄຊ ຄະນະປະຈໍາພັກເມືອງ ຫົວໜ້າໂຄສະນາອົບຮົມເມືອງ, ມີຄູຝືກຂະແໜງສ່ວຍສາອາກອນແຂວງ, ພະນັກງານ, ລັດຖະກອນ, ພາກສ່ວນທີ່ກ່ຽວຂ້ອງກັບວຽກງານດັ່ງກ່າວ ເຂົ້າຮ່ວມ.

 ຜູ້ເຂົ້າຮ່ວມ ໄດ້ຮັບຮູ້ເອກະສານ ກົດໝາຍທີ່ຕິດພັນກັບສ່ວຍສາອາກອນ ວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ, ກົດໝາຍ ວ່າດ້ວຍອາກອນມູນຄ່າເພີ່ມ, ອາກອນຊົມໃຊ້, ອາກອນລາຍໄດ້, ເຜີຍແຜ່ແນະນຳການນໍາໃຊ້ລະບົບ TaxRIS, ເຜີີຍແຜ່ແນະນໍາການແຈ້ງໃນລະບົບ TaxRIS , ອະທິບາຍການເຊື່ອມຕໍ່ອອກທະບຽນວິສາຫະກິດ ພ້ອມດ້ວຍເລກປະຈຳຜູ້ເສຍອາກອນໃນລະບົບໃໝ່, ເຜີຍແຜ່ແນະນຳເປີດການນຳໃຊ້ລະບົບຂໍ້ມູນຂ່າວສານຄຸ້ມຄອງລາຍຮັບສ່ວຍສາອາກອນ TaxRIS ໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈ ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.

 

About admin11