ເມືອງວຽງທອງ ລະນຶກວັນສ້າງຕັ້ງກໍາມະບານລາວ ຄົບຮອບ 66 ປີ

      ວັນທີ 1 ກຸມພາ 2022 ຢູ່ຫ້ອງປະຊຸມກອງບັນຊາການ ປກສ ເມືອງວຽງທອງ, ແຂວງບໍລິຄໍາໄຊ ສະຫະພັນກຳມະບານເມືອງ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງອົງການກໍາມະບານລາວ ຄົບຮອບ 66 ປີ ( 1 ກຸມພາ 1956 – 1 ກຸມພາ 2022) ໂດຍເປັນກຽດເຂົ້າຮ່ວມ ແລະ ປາຖະກະຖາ ໂດຍ ທ່ານ ສົມໃຈ ຊົງລາວ່າງ ຮອງເລຂາພັກເມືອງ ປະທານກວດກາພັກ – ລັດເມືອງວຽງທອງ, ມີປະທານ, ຄະນະບໍລິຫານງານສະຫະພັນກໍາມະບານເມືອງ, ສະມາຊິກກໍາມະບານ ແລະ ແຂກຖືກເຊີນເຂົ້າຮ່ວມ.

     ທ່ານໄດ້ຍົກໃຫ້ເຫັນມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງອົງການກຳມະບານລາວແຕ່ລະໄລຍະ,​ ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນໄລຍະ 66 ປີຂອງການຈັດຕັ້ງ ແລະ ເຄື່ອນໄຫວວຽກງານກຳມະບານ ໃນການປະກອບສ່ວນເຂົ້າໃນພາລະກິດປະຕິວັດ ພ້ອມທັງເສີມຂະຫຍາຍທາດແທ້, ລັກສະນະດີເລີດຂອງຊົນຊັ້ນກຳມະກອນລາວ ແລະ ມູນເຊື້ອອັນດີງາມ 66 ປີຂອງອົງການກຳມະບານລາວ.

ໃນ​ພິທີ ໄດ້ມອບໃບຢັ້ງຢືນ 5 ເປັນເຈົ້າ ໃຫ້ບັນດາຮາກຖານ ທີ່ມີການເຄື່ອນໄຫວວຽກງານດີເດັ່ນ, ຈຸດປະສົງ ກໍ່ເພື່ອເຮັດໃຫ້ສະມາຊິກກຳມະບານກໍາໄດ້ທາດແທ້, ມູນເຊື້ອຂອງຊົນຊັ້ນກຳມະກອນ ແລະ ຮໍ່າຮຽນເອົາເປັນແບບຢ່າງໃນການປະຕິບັດໜ້າທີ່ຄວາມຮັບຜິດຊອບຢູ່ໃນທຸກຂົງເຂດວຽກງານ ໃຫ້ມີຄວາມກ້າວໜ້າຢ່າງບໍ່ຢຸດຢັ້ງ.

 

About admin11