ການນໍາເມືອງວຽງທອງ ອວຍພອນການນຳເມືອງເຕື່ອງເຢື່ອງ ສສ ຫວຽດນາມ

   

ຕອນເຊົ້າຂອງວັນທີ 29 ມັງກອນ 2022 ຢູ່ຫ້ອງປະຊຸມດ່ານສາກົນນໍ້າພາວ-ເກົາແຈວ ຊາຍແດນລາວ-ຫວຽດນາມ ເມືອງຈູງເຕີມ ແຂວງຮ່າຕິ່ງ ສສ ຫວຽດນາມ ສະຫາຍ ພັອ ຄໍາແພນ ວິລືທໍາ ກໍາມະການພັັກແຂວງ ເລຂາພັກເມືອງ ເຈົ້າເມືອງວຽງທອງ ພ້ອມດ້ວຍຄະນະໄດ້ນໍາເອົາດອກໄມ້ ແລະ ກະຕ່າຂອງຂັວນ ເຂົ້າອວຍພອນການນໍາເມືອງເຕື່ອງເຢື່ອງ ແຂວງເຫງະອານ ສສ ຫວຽດນາມ ເນື່ອງໃນໂອກາດປີໃໝ່ຫວຽດນາມທີ່ຈະໝູນວຽນມາເຖີງນີ້ ໂດຍໄດ້ຖືກຕ້ອນຮັບຢ່າງອົບອຸ່ນສະຫນິດສະໜົມຈາກສະຫາຍ ໂລແທງ ເຍີດ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງເຕື່ອງເຍື່ອງ ພ້ອມດ້ວຍຄະນະ.

     ການເຂົ້າອວຍພອນຄັ້ງນີ້ແມ່ນສະແດງເຖີງໄມຕີຈິດມິດຕະພາບອັນດູດດື່ມສະຫນິດສະໜົມຄວາມສາມັກຄີແບບພິເສດລະຫວ່າງ 2 ຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ເວົ້າລວມເວົ້າສະເພາະ ເມືອງວຽງທອງ-ເມືອງເຕື່ອງເຢື່ອງ ໃນນາມເມືອງແຮກສ່ຽວຍັງເປັນການເພີ່ມພູນຄຸນສ້າງສາຍພົວພັນແບບພິເສດລາວ-ຫວຽດນາມ, ຫວຽດນາມ-ລາວ ອັນທີເປັນມູນເຊື້ອມາແຕ່ບູຮານນະການ ເຊີ່ງຍາມໃດກໍ່ໄດ້ມີການອູ້ມຊູຊ່ວຍເຫຼືອເຊີ່ງກັນ ແລະ ກັນຕະຫຼອດມາ, ໂອກາດນີ້ທັງ 2 ຝ່າຍຍັງໄດ້ຝາກຄວາມຢ້ຽມຢາມຖາມຂ່າວເຖີງພໍ່ແມ່ປະຊາຊົນພາຍໃນເມືອງ ພ້ອມທັງເຊື້ອເຊີນໄປຢ້ຽມຢາມແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ.

 

About admin11